ປະທານປະເທດ ຫງວຽນຊວນຟຸກ ຢ້ຽມຢາມ ແລະ ເຮັດວຽກຢູ່ກົມປ້ອງກັນຄວາມສະຫງົບພາຍໃນ, ກະຊວງຕຳຫຼວດ

(VOVWORLD) -          ຕອນບ່າຍວັນທີ 27 ເມສາ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ, ຜູ້ບັນຊາການສູງສຸດກໍາລັງປະກອບອາວຸດປະຊາຊົນ, ປະທານສະພາປ້ອງກັນຊາດ ແລະປ້ອງກັນຄວາມສະຫງົບ ໄດ້ໄປຢ້ຽມຢາມແລະ ເຮັດວຽກກັບ ກົມປ້ອງກັນ ຄວາມສະຫງົບພາຍໃນ, ກະຊວງຕຳຫຼວດ
ປະທານປະເທດ ຫງວຽນຊວນຟຸກ ຢ້ຽມຢາມ ແລະ ເຮັດວຽກຢູ່ກົມປ້ອງກັນຄວາມສະຫງົບພາຍໃນ, ກະຊວງຕຳຫຼວດ - ảnh 1ທ່ານປະທານປະເທດ ຫງວຽນຊວນຟຸກ ຍ່າງກວດກອງກຽດຕິຍົດຕຳຫຼວດປະຊາຊົນ

      ກ່າວຄຳເຫັນທີ່ການພົບປະເຮັດວຽກ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ຕີລາຄາສູງກົມປ້ອງກັນຄວາມສະຫງົບພາຍໃນ ໃນການຮັບປະກັນຄວາມສະຫງົບ ແຫ່ງຊາດ, ຮັກສາຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພສັງຄົມ. ໃນໄລຍະຈະມາເຖິງ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ຮຽກຮ້ອງໃຫ້ກົມປ້ອງກັນຄວາມສະຫງົບພາຍໃນ ສຸມໃສ່ກໍ່ສ້າງກຳລັງໃຫ້ທັນສະໄໝ, ມີຄວາມເກັ່ງກ້າທາງດ້ານວິຊາສະເພາະ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ແລະ ໜ້າທີ່ໃນໄລຍະໃໝ່. ທາງກົມ ຕ້ອງໄດ້ເສີມຂະຫຍາຍບົດບາດຂອງຕົນໃນທຸກດ້ານໃນການປົກປັກຮັກສາຄວາມສະຫງົບ ແຫ່ງຊາດ.

          ທ່ານປະທານປະເທດ ຫງວຽນຊວນຟຸກ ກໍ່ສະເໜີໃຫ້ກຳລັງປ້ອງກັນຄວາມສະຫງົບພາຍໃນມີແຜນການລະອຽດ, ຈັດຕັ້ງບັນດາກຳລັງກໍ່ສ້າງພື້ນຖານ, ພິເສດແມ່ນບັນດາບໍລິເວນທີ່ເປັນຈຸດຮ້ອນ ຊ້ອນແຝງບັນຫາສັບສົນ, ບໍ່ປະໃຫ້ເກີດກໍລະນີກະທັນຫັນໃນການປ້ອງກັນຄວາມສະຫງົບ ຄວາມປອດໄພໃນວັນບຸນ ວັນທີ 30 ເມສາ - 1 ພຶດສະພາ, ບັນດາເຫດການຂອງພັກ, ລັດ ແລະ ຊີເກມຄັ້ງທີ 31.

ຕອບກັບ

ຂ່າວ/ບົດ​ອື່ນ