ປະທານປະເທດ ເຈີ່ນດ້າຍກວາງ ພົບປະປະທານາທິບໍດີ ບັງກະລາເທດ

(VOVWORLD) - ແລະກໍ່ໃນຕອນຄ່ຳວັນດຽວກັນ, ທ່ານປະທານາທິບໍດີ Abdul Hamid ແລະ ພັນລະຍາກໍ່ໄດ້ຈັດງານລ້ຽງຮັບຕ້ອນທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ, ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ.
ປະທານປະເທດ ເຈີ່ນດ້າຍກວາງ ພົບປະປະທານາທິບໍດີ ບັງກະລາເທດ - ảnh 1ທ່ານປະທານາທິບໍດີ ບັງກະລາເທດ Abdul Hamid ແລະ ທ່ານປະທານປະເທດ ເຈີ່ນດ້າຍກວາງ

ໃນຂອບເຂດການຢ້ຽມຢາມທາງລັດຖະກິດ ປະເທດ ບັງກະລາເທດ, ຕອນຄ່ຳວັນທີ 5 ມີນາ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ພົບປະແລກປ່ຽນຄຳເຫັນກັບທ່ານປະທານາທິບໍດີ ບັງກະລາເທດ Abdul Hamid. ນະທີ່ນີ້, ການນຳ 2 ທ່ານໄດ້ເນັ້ນໜັກເຖິງການຮັກສາ ແລະ ເສີມຂະຫຍາຍການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ປະຊາຊົນ 2 ປະເທດ; ສືບຕ່ໍສະໜັບສະໜູນເຊິ່ງກັນ ແລະ ກັນທີ່ບັນດາເວທີປາໄສພາກພື້ນ ແລະ ສາກົນ, ເພີ່ມທະວີການສົມທົບກັນໃນບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ ເພື່ອຜົນປະໂຫຍດຂອງແຕ່ລະປະເທດ ແລະ ປະກອບສ່ວນໃຫ້ແກ່ສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາຢູ່ພາກພື້ນ ແລະ ຢູ່ໃນໂລກ.

        ແລະກໍ່ໃນຕອນຄ່ຳວັນດຽວກັນ, ທ່ານປະທານາທິບໍດີ Abdul Hamid ແລະ ພັນລະຍາກໍ່ໄດ້ຈັດງານລ້ຽງຮັບຕ້ອນທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ, ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ.

        ກ່ອນໜ້ານັ້ນ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ກໍ່ໄດ້ມີການພົບປະກັບທ່ານນາງປະທານສະພາແຫ່ງຊາດ ບັງກະລາເທດ Shirin Shamin Chaodhury, ປະທານພັກກຳມະກອນ ບັງກະລາເທດ Rashed Khan Menon ແລະ ການນຳສະຫະພັນບັນດາຫ້ອງການການຄ້າ ແລະ ອຸດສາຫະກຳ ບັງກະລາເທດ (FBCCI) Shafiul  Islam.

ປະທານປະເທດ ເຈີ່ນດ້າຍກວາງ ພົບປະປະທານາທິບໍດີ ບັງກະລາເທດ - ảnh 2ທ່ານນາງປະທານສະພາແຫ່ງຊາດ Shirin Shamin Chaodhury  ແລະ ທ່ານປະທານປະເທດ ເຈີ່ນດ້າຍກວາງ

        ທີ່ການຕ້ອນຮັບທ່ານນາງປະທານສະພາແຫ່ງຊາດ Shirin Shamin Chaodhury, ທ່ານປະທານປະເທດ ເຈີ່ນດ້າຍກວາງ ຫວັງວ່າ ບົນພື້ນຖານການພົວພັນມິດຕະພາບອັນດີງາມ ແລະ ຄວາມສາມາດບົ່ມຊ້ອນ, ທ່າແຮງທີ່ມີຢູ່ແລ້ວນັ້ນ, 2 ປະເທດໄດ້ເພີ່ມທະວີການພົວພັນແທດຈິງໃນຫຼາຍຂົງເຂດກ່ວາອີກ, ນຳມາເຊິ່ງຜົນປະໂຫຍດແທດຈິງໃຫ້ແກ່ປະຊາຊົນ 2 ປະເທດ. ທ່ານປະທານປະເທດ ເຈີ່ນດ້າຍກວາງ ສະເໜີໃຫ້ທ່ານປະທານສະພາແຫ່ງຊາດ Chaodhury ເອົາໃຈໃສ່ຊຸກຍູ້ການແລກປ່ຽນບັນດາການຢ້ຽມຢາມ ແລະ ພົບປະຂັ້ນສູງ, ສົມທົບກັນຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ; ຮັກສາ ແລະ ຜັນຂະຫຍາຍບັນດາກົນໄກຮ່ວມມື 2 ຝ່າຍຢ່າງມີປະສິດທິຜົນ…

        ໃນການຕ້ອນຮັບທ່ານປະທານພັກກຳມະກອນ ບັງກະລາເທດ Rashed Khan Menon, ທ່ານປະທານປະເທດ ເຈີ່ນດ້າຍກວາງ ສະເໜີວ່າ 2 ຝ່າຍສືບຕໍ່ແລກປ່ຽນຄະນະ, ແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນກ່ຽວກັບທິດສະດີ, ບົດຮຽນໃນການກໍ່ສ້າງພັກ…; ຕັ້ງໜ້າສົມທົບກັນ, ສະໜັບສະໜູນເຊິ່ງກັນ ແລະ ກັນໃນບັນດາເວທີປາໄສຫຼາຍຝ່າຍບັນດາພັກການເມືອງໃນພາກພື້ນ ແລະ ສາກົນ.

        ທີ່ການຕ້ອນຮັບການນຳ ສະຫະພັນບັນດາຫ້ອງການການຄ້າ ແລະ ອຸດສາຫະກຳ ບັງກະລາເທດ (FBCCI) ທ່ານ Shafiul  Islam, ທ່ານປະທານປະເທດ ເຈີ່ນດ້າຍກວາງ ເນັ້ນໜັກວ່າ: ຫວຽດນາມ ຍາມໃດກໍ່ເອົາໃຈໃສ່ ແລະ ຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມກັບ ບັງກະລາເທດ, ກຽມພ້ອມແບ່ງປັນບັນດາບົດຮຽນ ໃນຂົງເຂດເຊິ່ງ ຫວຽດນາມ ມີທ່າແຮງ.

ຕອບກັບ

ຂ່າວ/ບົດ​ອື່ນ