ປະທານປະເທດ ເຈີ່ນດ້າຍກວາງ ສິ້ນສຸດການຢ້ຽມຢາມສະຫະພັນລັດເຊຍຢ່າງເປັນທາງການ

(VOVWORLD) - ຕອນບ່າຍວັນທີ 1 ກໍລະກົດ ຕາມເວລາທ້ອງຖິ່ນ (ກົງກັບຕອນຄ່ຳວັນທີ 1 ກໍລະກົດ ຕາມເວລາ ຮ່າໂນ້ຍ), ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ແລະ ພັນລະຍາ, ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງອອກຈາກນະຄອນຫຼວງ Saint Peterburg, ສິ້ນສຸດການຢ້ຽມຢາມສະຫະພັນລັດເຊຍ ແຕ່ວັນທີ 28 ມິຖຸນາ ຫາວັນທີ 1 ກໍລະກົດ ຢ່າງເປັນທາງການຕາມຄຳເຊີນຂອງທ່ານປະທານາທິບໍດີ ສະຫະພັນລັດເຊຍ Vladimir Putin.
ປະທານປະເທດ ເຈີ່ນດ້າຍກວາງ ສິ້ນສຸດການຢ້ຽມຢາມສະຫະພັນລັດເຊຍຢ່າງເປັນທາງການ - ảnh 1ທ່ານ ປະທານປະເທດ ເຈີ່ນດ້າຍກວາງ ແລະ ທ່ານປະທານາທິບໍດີ Vladimir Putin 

ກ່ອນໜ້ານັ້ນ, ຕອນບ່າຍວັນທີ 1 ກໍລະກົດ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ພົບປະກັບທ່ານ Georgy Pontavchenko, ຜູ້ວ່າການ Saint Peterburg. ຜູ້ວ່າການ Georgy Pontavchenko ເຊື່ອໝັ້ນວ່າ ການຢ້ຽມຢາມສະຫະພັນລັດເຊຍ ຢ່າງເປັນທາງການຂອງທ່ານປະທານປະເທດ ເຈີ່ນດ້າຍກວາງ ຈະສ້າງທ່າສຳຄັນຊຸກຍູ້ການພົວພັນເສດຖະກິດ, ການຄ້າ ແລະ ການລົງທຶນ ລະຫວ່າງ ຫວຽດນາມ ກັບສະຫະພັນລັດເຊຍ, ໃນນັ້ນມີນະຄອນ Saint Peterburg. ຜູ້ວ່າການ Georgy Pontavchenko ໄດ້ລາຍງານວ່ານະຄອນ Saint Peterburg ພວມກໍ່ສ້າງແຜນການເປີດງານວາງສະແດງທຳອິດກ່ຽວກັບປະທານ ໂຮ່ຈີມິນ ທີ່ຫໍພິພິທະພັນມໍຣະດົກແຫ່ງຊາດ Ermitege ໃນເດືອນ ພຶດສະພາປີ 2019. ເຫດການສຳຄັນນີ້ແມ່ນຂີດໝາຍຂອງການເຄື່ອນໄຫວສະເຫຼີມສະລອງ 25 ປີແຫ່ງວັນເຊັນສົນທິສັນຍາກ່ຽວກັບບັນດາຫຼັກການພື້ນຖານຂອງການພົວພັນມິດຕະພາບ, ເປັນພື້ນຖານເພື່ອສ້າງພື້ນຖານໃຫ້ແກ່ການພົວພັນລະຫວ່າງ 2 ປະເທດສະຫະພັນລັດເຊຍ ແລະ ຫວຽດນາມ.

        ທ່ານປະທານປະເທດ ເຈີ່ນດ້າຍກວາງ ຊົມເຊີຍການຮ່ວມມືລະຫວ່າງນະຄອນ Saint Peterburg ກັບບັນດາແຂວງ ແລະ ນະຄອນຂອງ ຫວຽດນາມ. ທ່ານປະທານປະເທດ ຢືນຢັນວ່າ: ຫວຽດນາມ ຈະສືບຕໍ່ສ້າງທຸກເງື່ອນໄຂສະດວກເພື່ອໃຫ້ທ້ອງຖິ່ນຕ່າງໆຂອງ 2 ປະເທດຮ່ວມມືໂດຍກົງ, ມີປະສິດທິຜົນ ແລະ ແທດຈິງກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ