ປະທານປະເທດ ເຈີນດ້າຍກວາງ ໂອ້ລົມທາງໂທລະສັບ ກັບປະທານາທິບໍດີ ສະຫະພັນລັດເຊຍ V. Putin

(VOVWORLD) - ທ່ານປະທານປະເທດ ເຈີນດ້າຍກວາງ ໄດ້ຊົມເຊີຍ ທ່ານປະທານາທິບໍດີສະຫະພັນລັດເຊຍ Vladimir Putin ເຊິ່ງໄດ້ຮັບຄວາມໄວ້ວາງໃຈຈາກປະຊາຊົນລັດເຊຍ ສືບຕໍ່ເລືອກຕັ້ງເປັນປະທານາທິບໍດີສະຫະພັນລັດເຊຍ
ປະທານປະເທດ ເຈີນດ້າຍກວາງ ໂອ້ລົມທາງໂທລະສັບ ກັບປະທານາທິບໍດີ ສະຫະພັນລັດເຊຍ V. Putin - ảnh 1 ທ່ານປະທານປະເທດ ເຈີນດ້າຍກວາງ ໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີລັດເຊຍ Vladimir Putin

 ວັນທີ 28 ມີນາ, ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີສະຫະພັນລັດເຊຍ Vladimir Putin. ທ່ານປະທານປະເທດ ເຈີນດ້າຍກວາງ ໄດ້ຊົມເຊີຍ ທ່ານປະທານາທິບໍດີສະຫະພັນລັດເຊຍ Vladimir Putin ເຊິ່ງໄດ້ຮັບຄວາມໄວ້ວາງໃຈຈາກປະຊາຊົນລັດເຊຍ ສືບຕໍ່ເລືອກຕັ້ງເປັນປະທານາທິບໍດີສະຫະພັນລັດເຊຍ; ສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈພາຍໃຕ້ການນຳພາຂອງທ່ານປະທານາທິບໍດີສະຫະພັນລັດເຊຍ Vladimir Putin, ສະຫະພັນລັດເຊຍສືບຕໍ່ມີຄວາມສະຖຽນນະພາບ, ພັດທະນາ, ຢັ້ງຢືນອິດທິພົນຊື່ສຽງ ແລະ ທີ່ຕັ້ງບົດບາດຂອງລັດເຊຍໃນເວທີສາກົນ; ເຊື່ອໝັ້ນວ່າ ການພົວພັນຄູ່ຮ່ວມມືລະຫວ່າງ ຫວຽດນາມ ແລະ ລັດເຊຍຈະມີບາດກ້າວພັດທະນາຢ່າງແຮງໃນທຸກຂົງເຂດ, ຕອບສະໜອງຜົນປະໂຫຍດໃຫ້ທັງສອງຝ່າຍ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຮັກສາສັນຕິພາບ, ສະຖຽນນະພາບ, ການຮ່ວມມື ແລະ ພັດທະນາໃນພາກພື້ນ ແລະ ສາກົນ.

        ເນື່ອງໃນໂອກາດນີ້, ທ່ານປະທານປະເທດ ເຈີນດ້າຍກວາງ ໄດ້ສະແດງຄວາມເສົ້າສະຫຼົດໃຈຂອງການນຳ ແລະ ປະຊາຊົນຫວຽດນາມ ເຖິງການນຳ ແລະ ປະຊາຊົນລັດເຊຍຕໍ່ການເສຍຫາຍທັງຊັບສິນ ແລະ ຊີວິດອິນຊີໃນເຫດໄພໄໝ້ຢູ່ນະຄອນ Kemerovo ຜ່ານມາ.

        ທ່ານປະທານາທິບໍດີສະຫະພັນລັດເຊຍ Vladimir Putin ຢັ້ງຢືນວ່າ ສະຫະພັນລັດເຊຍຍາມໃດກໍຖືຫວຽດນາມເປັນໜຶ່ງໃນບັນດາຄູ່ຮ່ວມມືບຸລິມະສິດຢູ່ອາຊີ - ປາຊີຟິກ; ຢັນຢືນສະຫະພັນລັດເຊຍຕີລາຄາສູງບົດບາດຕັ້ງໜ້າຂອງຫວຽດນາມໃນພາກພື້ນ ແລະ ສືບຕໍ່ຮ່ວມມືກັບຫວຽດນາມ ຊຸກຍູ້ການພົວພັນລະຫວ່າງສອງປະເທດໃຫ້ພັດທະນາກວ່າອີກ ໃນໄລຍະຈະມາເຖິງ; ເນັ້ນໜັກເຖິງຄວາມສຳຄັນຂອງສົນທິສັນຍາວ່າດ້ວຍການຄ້າເສລີລະຫວ່າງຫວຽດນາມ - ສະຫະພັນເສດຖະກິດ ອາຊີ - ເອີຣົບ ໃນການນຳມາເຊິ່ງປະສິດທິຜົນທີ່ແທດຈິງໃຫ້ແກ່ສອງປະເທດ, ໄດ້ປະກອບສ່ວນເຂົ້າໃນການນຳຍອດວົງເງິນການຄ້າສອງຝ່ ປູຊະນີຍະສະຖານປະທານໂຮ່ຈີມິນາຍເພີ່ມຂຶ້ນ 36 % ໃນປີ 2017.

 

ຕອບກັບ

ຂ່າວ/ບົດ​ອື່ນ