ປະທານປະເທດ ເຈີ່ນດ້າຍກວາງເຂົ້າຮ່ວມພິທີລົງໄຖນາດ້ອຍເຊີນ

ປະທານປະເທດ ເຈີ່ນດ້າຍກວາງເຂົ້າຮ່ວມພິທີລົງໄຖນາດ້ອຍເຊີນ - ảnh 1
ປະທານປະເທດ ເຈີ່ນດ້າຍກວາງເຂົ້າຮ່ວມພິທີລົງໄຖນາດ້ອຍເຊີນ

(vovworld) - ​ຕອນ​ເຊົ້າ​ວັນ​ທີ 3/2, ຢູ່​ເຂດ​ທົ່ງ​ນາ​ຕາ​ແສງ ດ້ອຍ​ເຊ​ີນ (ເມືອງ ຢ​ູຍ​ຕຽນ, ແຂວງ ຮ່າ​ນາມ), ໄດ້​ຈັດ​ຕັ້ງ​ພິ​ທີ​ລົງ​ໄຖ​ນາ ດ້ອຍ​ເຊີນ​ປີ 2017. ທ່ານ​ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ໄດ້​ເຂົ້າ​ຮ່ວມ​ພິ​ທີ ແລະ ປະ​ຕິ​ບັດ​ພິ​ທີ​​ລົ​ງ​ໄຖ​ນາ, ເປີດ​ສາກ​ໃຫ້​ລະ​ດູ​ການ​ຜະ​ລິດໃໝ່​ດ້ວຍ​ຄວາມ​ມຸ່ງ​ຫວັງ​ດິນ​ຟ້າ​ອາ​ກາດ​ເອື້ອ​ອຳ​ນວຍ​ຄວາມ​ສະ​ດວກ, ທຸກໆ​ຄອບ​ຄົວ​ມີ​ຄວາມ​ຜາ​ສຸກ, ປະ​ເທດ​ຊາດ​ວັດ​​ທ​ະ​ນາ​ຖາ​ວອນ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ປະ​ເທດ​ປະ​ເທດ ເຈີ່ນ​ດ້​າຍກວາງ ໄດ້ ເນັ້ນ​ໜັກ​ວ່າ: ພິ​ທີ​ລົງ​ໄຖ​ນາ ໄດ້​ຮັບ​ການ​ຈັດ​ຕັ້ງ​ເປັນ​ປະ​ຈຳ​ປີ ໄດ້​ກາຍ​ເປັນ​ຈຸດ​ດີ​ງາມ​ໃນ​ການ​ດຳ​ລົງ​ຊີ​ວິດ​ວົງ​ຄະ​ນະ​ຍາດ, ໂດຍ​ລັດ​ຖະ​ບານ​ຮັບ​ຮອງເປັນ “ມ​ໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ມີ​ຮູບ​ຮ່າງ​ລະ​ດັບ​ຊາດ”. ເລື່ອງ​ຮັກ​ສາ​ການ​ຈ​ັດ​ຕັ້ງ​ພິ​ທີ​ລົງ​ໄຖ​ນາ​ຂອງ​ແຂວງ ຮ່າ​ນາມ ມີ​ຄວາມ​ໝາຍ​ອັນ​ໃຫຍ່ຫຼວງ, ທັງ​ປະ​ຕິ​ບັດ​ການ​ພັດ​ທະ​ນາ​ກະ​ສິ​ກຳ​ຕາມ​ຈິດ​ໃຈ​ມະ​ຕິ​ສູນ​ກາງ​ຄັ້ງ​ທີ 7 (ຊຸດ​ທີ 10) ກ່ຽວ​ກັບ​ກ​ະ​ສິ​ກຳ, ຊາວ​ກະ​ສິ​ກອນ ແລະ ຊົນ​ນະ​ບົດ.

        ເນື່ອງ​ໃນ​ໂອ​ກາດ​ເຂົ້າ​ຮ່ວມ​ພິ​ທີ​ລົງ​ໄຖ​ນາ, ທ່ານ​ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ໄດ້​ໄປ​ຖະ​ຫວາຍທູບ​ທຽນ, ວາງ​ພວມ​ມາ​ລາ ອາ​ໄລ​ຫາ​ປະ​ທານ ໂຮ່​ຈີມ​ິນ ແລະ ບັນ​ດາ​ນັກ​ວິ​ລະ​ຊົນ​ທີ່​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ແຂວງ ຮ່າ​ນາມ ຢູ່​ວິ​ຫານ​ບູ​ຊາ​ບັນ​ດາ​ນັກ​ວິ​ລະ​ຊົນ​ທີ່​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ແຂວງ ຮ່າ​ນາມ, ໄປ​ຢ້ຽມ​ຢາມ​ຮາກ​ຖານ​ປຸງ​ແຕ່ງ​ຜັກ, ໝາກ​ໄມ້​ເພື່ອ​ສົ່ງ​ອອກ​ຂອງ​ບໍ​ລິ​ສັດ ໂຮ້ຍ​ຫວ​ູ ຈຳ​ກັດ.


ຂ່າວ/ບົດ​ອື່ນ