ປະທານປະເທດ ເຈືອງເຕິ໋ນຊາງ ຕ້ອນຮັບປະທານາທິບໍດີເຂດເຄິງປົກຄອງ ດ້ວຍຕົນອງ Zazibar

ປະທານປະເທດ ເຈືອງເຕິ໋ນຊາງ ຕ້ອນຮັບປະທານາທິບໍດີເຂດເຄິງປົກຄອງ ດ້ວຍຕົນອງ Zazibar - ảnh 1
ທ່ານ Ali Mohamed Shein ປະທານາທິບໍດີ​ເຂດ​ເຄິ່ງ​ປົກຄອງ​ດ້ວຍ​ຕົນ​ເອງ Zazibar
(ພາບ: in2eastafrica.net)


(vovworld) -     ຕອນ​ບ່າຍ​ວັນ​ທີ 23/11, ຢູ່​ສຳນັກງານ​ປະທານ​ປະ​ເທດ, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕິ໋ນຊາງ (Trương Tấn Sang) ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Ali Mohamed Shein ປະທານາທິບໍດີ​ເຂດ​ເຄິ່ງ​ປົກຄອງ​ດ້ວຍ​ຕົນ​ເອງ Zazibar ສັງກັດ​ປະ​ເທດ ສ. Tanzania ທີ່​ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ ຢ່າ​ງ​ເປັນ​ທາງ​ການ. ທີ່​ການ​ຕ້ອນຮັບ, ທ່ານ​ປະທານ​ປະ​ເທດ ຂໍ​ຂອບ​ອົກ​ຂອບ​ໃຈ​ການ​ສະໜັບ​ສະ​ນູນຂອງ Tanzania ທີ່​ມີ​ຕໍ່​ຫວຽດນາມ ອອກ​ສະໝັກຮັບ​ເລືອກ​ຕັ້ງ​ເປັນ​ສະມາຊິກ​ບໍ່​ປະຈຳ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ອາຍຸ​ການ 2020 – 2021 ​ແລະ ບັນດາ​ອົງການ​ອື່ນໆ​ຂອງ​ສະຫະ​ປະຊາ​ຊາດ. ທ່ານ​ປະທານປະ​ເທດ​ເນັ້ນ​ໜັກ​ວ່າ ສອງ​ຝ່າຍ​ຍັງ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຫຼາຍ​ຢ່າງ​ເພື່ອ​ຮ່ວມ​ມື​ຄື: ​ເສດຖະກິດການ​ຄ້າ, ກະສິກຳ, ຮັບປະກັນ​ຄວາມ​ປອດ​ໄພ​ດ້ານ​ສະບຽງ​ອາຫານ… ທ່ານ​ປະທານ​ປະ​ເທດ​ໄດ້​ຖື​ວ່າ ສອງ​ຝ່າຍ​ຄວາມ​ກວດກາ​ຄືນ​ບັນດາ​ສັນຍາ​ທີ່​ໄດ້​ຮັບ​ການ​ລົງ​ນາມ ​ແລະ ​ເພີ່ມ​ເຕີ່​ມສັນຍາ​ໃໝ່ ​​ເພື່ອເປັນ​ພື້ນຖານ​ດ້ານ​ກົດ​ໝາຍ​ ​ເພື່ອຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ຢ່າງ​ແຮງ​ກວ່າ​ເກົ່າ. ພ້ອມ​ກັນນັ້ນ, ຫວຽດນາມ ​ພ້ອມ​ແລ້ວ​ທີ່​ຈະ​​ແບ່ງປັນ​ບົດຮຽນ, ສົ່ງ​ຜູ້​ຊ່ຽວຊານ​​ໄປ​ຊ່ວຍ Zazibar ​ແລະ Tanzania ​ໃນ​ຂົງ​ເຂດ​ອຸດສາຫະກຳ, ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ວິ​ສາ​ຫະກິດ​ສອງ​ປະ​ເທດ​ຊອກ​ຮູ້​ການ​ດຳ​ເນີນ​ທຸ​ລະ​ກິດ ​ແລະ ການ​ລົງທຶນ​ຢູ່​ຕະຫຼາດ​ຂອງ​ສອງ​ປະ​ເທດ. ສ່ວນທ່ານ Ali Mohamed Shein ​ໄດ້​ແຈ້ງ​ໃຫ້​​​ທ່ານ​ປະທານ​ປະ​ເທດ​ຫວຽດນາມ ຊາບ​ກ່ຽວ​ກັບສະພາບ​ການ​ເມືອງ, ພັດທະນາ​ເສດຖະກິດ​ສັງຄົມ​ຂອງ Tanzania ​ແລະ ຫວັງ​ວ່າ ຫວຽດນາມ ຈະ​ແບ່ງປັນ​ບົດຮຽນ​ກັບ Zazibar ​ແລະ Tanzania ກ່ຽວ​ກັບ​ຮູບ​​ແບບ​ພັດທະນາ ​ແລະ ຮັບປະກັນ​ຄວາມ​ປອດ​​ໄພດ້ານ​ສະບຽງ​ອາຫານ… ພ້ອມ​ທັງ​ຍູ​້​ແຮງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ເຊິ່ງສອງ​ຝ່າຍ​ມີ​ທ່າ​ແຮງ​ກວ່າ​ອີກ ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ສອງ​ປະ​ເທດ. ທ່ານ Ali Mohamed Shein ກໍ​ຢືນ​ຢັນ​ວ່າ ​Tanzania ​ພ້ອມ​ແລ້ວ​ທີ່​ຈະ​ສະໜັບສະໜູນ​ຫວຽດນາມ ອອກ​ສະມັກ​ຮັບ​ເລືອກ​ຕັ້ງ​ເຂົ້າ​ໃນ​ບັນດາອົງ​ດານ​ສະມາຊິກ​ຂອງ​ສະຫະ​ປະຊາ​ຊາດ ​ແລະ ສະໜັບສະໜູນ​ກົນ​ໄກ​ເສດຖະກິດ​ການ​ຕະຫຼາ​ດສຳລັບ​ຫວຽດນາມ.

ຂ່າວ/ບົດ​ອື່ນ