ປະທານປະເທດມອບໃບຕົກລົງແຕ່ງຕັ້ງຫົວໜ້າຄະນະຊີ້ນຳເຂດໄຕງວຽນ
ທ່ານປະທານປະເທດ ເຈີ່ນດ້າຍກວາງ
ມອບໃບຕົກລົງແຕ່ງຕັ້ງຫົວໜ້າຄະນະຊີ້ນຳເຂດໄຕງວຽນ
(ພາບ: cand)
(vovworld) - ຕອນບ່າຍວັນທີ 30/04 ຢູ່ນະຄອນ ບວນມາທ້ວດ ແຂວງ ດັກລັກ, ຄະນະຊີ້ນຳເຂດໄຕງວຽນ ຈັດຕັ້ງພິທີປະກາດຂໍ້ຕົກລົງຂອງກົມການເມືອງກ່ຽວກັບວຽກງານພະນັກງານ. ທ່ານພົນໂທ ໂຕເລີມ ກຳມະການກົມການເມືອງ, ລັດຖະມົນຕີກະຊວງຕຳຫລວດ ໄດ້ຮັບແຕ່ງຕັ້ງຈາກກົມການເມືອງໃຫ້ດຳລົງຕຳແໜ່ງເປັນຫົວໜ້າຄະນະຊີ້ນຳເຂດໄຕງວຽນ. ກ່າວຄຳເຫັນທີ່ພິທີ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ເນັ້ນໜັກວ່າ: ເລື່ອງທ່ານພົນໂທ ໂຕເລີມ ກຳມະການກົມການເມືອງ, ລັດຖະມົນຕີກະຊວງຕຳຫລວດ ໄດ້ຮັບແຕ່ງຕັ້ງຈາກກົມການເມືອງໃຫ້ດຳລົງຕຳແໜ່ງເປັນຫົວໜ້າຄະນະຊີ້ນຳເຂດໄຕງວຽນ, ເຊິ່ງແມ່ນເຂດທີ່ມີທີ່ຕັ້ງຍຸດທະສາດ, ສຳຄັນພິເສດກ່ຽວກັບເສດຖະກິດ - ສັງຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ສິ່ງແວດລ້ອມຊີວະພາບຂອງປະເທດຊາດ, ສະແດງໃຫ້ເຫັນຄວາມໄວ້ວາງໃຈ ແລະ ຄວາມຫວັງຂອງພັກ, ລັດ ແລະ ປະຊາຊົນ. ທ່ານປະທານປະເທດ ສະເໜີວ່າ: ທ່ານພົນໂທ ໂຕເລີມ ສືບຕໍ່ເສີມຂະຫຍາຍພູມປັນຍາ, ຄວາມສາມາດ, ຄຸນນະທາດຂອງຕົນ, ບົດຮຽນຂອງລຸ້ນໄປກ່ອນ, ປະຕິບັດສຳເລັດໜ້າທີ່ສຳຄັນ ແລະ ໜັກໜ່ວງທີ່ໄດ້ຮັບມອບໝາຍ. ພ້ອມກັນນັ້ນ, ຄະນະຊີ້ນຳເຂດໄຕງວຽນ ສືບຕໍ່ເອົາໃຈໃສ່ສົມທົບກັນຢ່າງແໜ້ນແຟ້ນກັບບັນດາກະຊວງ, ຂະແໜງການ, ບັນດາແຂວງໄຕງວຽນ ແລະ ເຂດໃກ້ຄຽງ ເພື່ອສູ້ຊົນສ້າງເຂດໄຕງວຽນ ໃຫ້ກາຍເປັນເຂດເສດຖະກິດຈຸດສຸມ.