ປະທານປະເທດຫວຽດ ນາມເຈືອງເຕິນຊາງພົບ ປະເຈລະຈາກັບ ປະທານາທິບໍດີມົງໂກນ


ປະທານປະເທດຫວຽດ ນາມເຈືອງເຕິນຊາງພົບ ປະເຈລະຈາກັບ ປະທານາທິບໍດີມົງໂກນ  - ảnh 1

ປະມຸກ​ລັດ​ສອງ​ທ່ານ​ພົບ​ປະ​ກັບ​ນັກ​ຂ່າ​ວ

(ພາບ: TTXVN)

 (vovworld)-  ​​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ປະທານ​ປະ​ເທດຫວຽດນາມ ​​​ເຈືອງ​ເຕິ​ນຊາງ, ທ່ານ​ປະທານາທິບໍດີ​ມົງ​ໂກນ Tsakhiagin Elbegdorja ​ໄດ້​ມາຢ້ຽມຢາມ ຫວຽດນາມ ທາງ​ລັດຖະກິດ​ແຕ່​ວັນ​ທີ 21-24/11/2013. ທີ່​ການ​ພົບ​ປະເຈລະຈາ ພາຍຫຼັງ​ພິທິຕ້ອນຮັບ​ເມື່ອ​ຕອນ​ບ່າ​ຍວັນ​ທີ 21/11, ປະທານ​ປະ​ເທດຫວຽດນາມ ​​​ເຈືອງ​ເຕິ​ນຊາງ ​ແລະ ​ປະທານາທິບໍດີ​ມົງ​ໂກນ Tsakhiagin Elbegdorja ​​ໄດ້ເຫັນດີ​ເປັນ​ເອກະສັນ​ຈະ​ສືບຕໍ່​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ​ເຂົ້າອົກ​ເຂົ້າ​ໃຈ​ຊື່​ງກັນ ​ແລະ ກັນ​ລະຫວ່າງ​ສອງ​ປະ​ເທດ​ກ່ວາ​ອີກ. ປະມຸກ​ລັດ​ສອງ​ທ່ານ​ຊົມ​ເຊີຍ​ເລື່ອງ​ສອງ​ປະ​ເທດ​ໄດ້​ຮັບຮອງ​ກັນມີ​ຂໍ້ກຳນົດ​ເສດຖະກິດ​ການ​ຕະຫຼາດ​ຄົບ​ຖ້ວນ ​ແລະ ​ເນັ້ນໜັກ​ວ່າ​ສອງ​ປະ​ເທດ​ຕ້ອງ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ເພື່ອ​ແນ​ໃສ່​ນຳ​ສາຍ​ພົວພັນ​ຮ່ວມ​ມື​ໃນ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ​ກໍ່​ຄື​ຂົງ​ເຂດ​ອື່ນໆ ພັດທະນາ​ຢ່າງມີປະສິດທິ​ຜົນ ​ແລະ ​ແທດ​ຈິງ, ຮັບ​ໃຊ້​ພາລະ​ກິດ​ພັດທະນາ​ຂອງ​ແຕ່ລະ​ປະ​ເທດ.

   ສອງ​ຝ່າຍ​ເນັ້ນໜັກ​ຄວາມ​ຈຳ​ເປັນ​ຂອງ​ການ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ອິດສະຫຼະພາບ ​ແລະ ການ​ປ້ອງ​ກັນ​ຄວາມ​ສະຫງົບ, ຄວາມ​ປອດ​ໄພໃນ​ການ​ເດີນ​ເຮ​ືອບົນ​ທະ​ເລ​ຕາ​ເວັນ​ອອກ ​ແລະ ຢັ້ງຢືນ​ຈະ​ສະໜັບສະໜູນການແກ້ໄຂ​ການ​ພິພາດ​ກັນ​ໂດຍ​ສັນຕິ​ວິທີ, ບໍ່​ນຳ​ໃຊ້ ​ແລະ ນາບ​ຂູ່​ນຳ​ໃຊ້​ກຳ​ລັງ​ອາວຸດ, ສອດຄ່ອງ​ກັນ​ກົ​ດໝາຍ​ສາກົນ.

  ສີ້​ນສຸດ​ການ​ພົບ​ປະ​ເຈລະຈາ, ປະມຸກ​ລັດ​ສອງ​ທ່ານ​ໄດ້​ເປັນ​ສັກຂີ​ພິຍານ​ພິທີ​ລົງ​ນາມ​ໃນ​ເອກະສານ​ຮ່ວມ​ມື​ສອງ​ຝ່າຍ 4 ສະບັບ, ພົບ​ປະ​ກັບ​ນັກ​ຂ່າວ​ຫວຽດນາມ ​ແລະ ຕ່າງປະ​ເທດ​ເພື່ອ​ປະກາດ​ໝາກຜົນ​ອັນ​ດີງາມຂອງ​ການ​ພົບ​ປະ​ເຈ​ລາ​ຈາ.

   ​ໃນວັນດຽວ​ກັນ, ຫວຽດນາມ ​ແລະ ມົງ​ໂກນ ​ໄດ້​ອອກ​ແຈ້ງ​ການ​ຮ່ວມ./.

ຕອບກັບ

ຂ່າວ/ບົດ​ອື່ນ