ປະທານປະເທດຫວຽດນາມຕ້ອນຮັບບັນດາເອກອັກຄະລັດຖະທູດຍື່ນສານຕາຕັ້ງ

 ປະທານປະເທດຫວຽດນາມຕ້ອນຮັບບັນດາເອກອັກຄະລັດຖະທູດຍື່ນສານຕາຕັ້ງ - ảnh 1
ທ່ານ​ປະທານປະ​ເທດ ຫວຽດນາມ ​ເຈືອງ​ເຕີ໋ນຊາງ ​

(vovworld) – ຕອນ​ເຊົ້າ​ວັນ​ທີ 13/11, ຢູ່​ສຳນັກງານ​ປະທານ​ປະ​ເທດ ຫວຽດນາມ, ທ່ານ​ປະທານປະ​ເທດ ຫວຽດນາມ ​ເຈືອງ​ເຕີ໋ນຊາງ ​ໄດ້​ຮັບ​ສານ​ຕາ​ຕັ້ງ​ຈາກເອກ​ອັກຄະ​ລັດຖະທູດ​ບັນດາ​ປະ​ເທດ ສປປ. ລາວ, ສ.ກາ​ນາ ​ແລະ ສ.ມາ​ເຊ​ດວນ ມາຮັບ​ໜ້າ​ທີ່ການ​ທູດ​ຢູ່ ຫວຽດນາມ.

        ທີ່​ການ​ຕ້ອນຮັບ​ທ່ານເອກ​ອັກຄະ​ລັດຖະທູດ ສປປ.ລາວ ທອງ​ສະຫວັນ ພົມວິຫານ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ອວຍພອນ ລາວ ຮັບ​ດຳລົງ​ຕຳ​ແໜ່​ງ​ເປັນ​ປະທານ​ປະຊາ​ຄົມ ອາ​ຊຽນ ​ເອກະ​ພາບປີ 2016 ​ໃນ​ອາຍຸການ​ທຳ​ອິດ​. ທ່ານ​ປະທານ​ປະ​ເທດ ສະ​ເໜີ 2 ຝ່າຍ​ຄວນ​ປຶກສາ​ຫາລື, ຖອດ​ຖອນ​ບັນດາ​ບົດຮຽນທີ່​ມີ​ປະ​ໂຫຍ​ດຂອງ​ວິວັດ​ການ​ຮ່ວມ​ມື​ຜ່ານ​ມາ, ສ້າງ​ແຜນການ​ຮ່ວມ​ມື​ໄລຍະ 5 ປີ​ຈະ​ມາ​ເຖິງ​ຢ່າງ​ມີ​ປະສິດທິ​ຜົນ​ກ່ວາ, ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດຢ່າງ​ແທດ​ຈິງ​ໃຫ້ 2 ປະ​ເທດ.

        ​ແລະ​ທີ່​ການ​ຕ້ອນຮັບ​ເອກ​ອັກຄະ​ລັດຖະທູດ ສ.ກາ​ນາ ທ່ານ Benjamin Clement Eghand, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ຖື​ວ່າ: ​ໃນ​ໄລຍະ​ມ່ໍໆ​ມາ​ນີ້ ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ເສດຖະກິດ​ລະຫວ່າງ ຫວຽດນາມ ​ແລະ ກາ​ນາ ​ໄດ້​ມີ​ບັນດາ​ບາດກ້າວ​ພັດທະນາ​ໃໝ່. 2 ຝ່າຍ​ຄວນ​ຮັກສາ ​ແລະ ​ເປີດ​ກ້ວາງ​​ໄປ​ສູ່​ບັນດາ​ຂົງ​ເຂດ​ອື່ນ, ພິ​ເສດ​ແມ່ນ​ກະສິກຳ ​ແລະ ​ໂທລະ​ຄົມ. ນີ້​ແມ່ນ​ບັນດາ​ຂົງ​ເຂດ ​ເຊິ່ງ ຫວຽດນາມ ມີ​ຫລາຍ​ບົດຮຽນ.

        ທີ່​ການ​ຕ້ອນຮັບ​ທ່ານ Ilija Isajlovski ​ເອກ​ອັກຄະ​ລັດຖະທູດ ສ.ມາ​ເຊ​ດວນ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ສະ​ເໜີ​ບັນດາ​ອົງການ​ສຳນັກງານ​ທີ່​ກ່ຽວຂ້ອງ​ຂອງ 2 ຝ່າຍ ຕັ້ງໜ້າ​ກະກຽມ​​ເພື່ອໃຫ້ການ​ຢ້ຽມຢາມ ຫວຽດນາມ ​ຂອງ​ປະທານາທິບໍດີ ສ.ມາ​ເຊ​ດວນ ​​ໃນ​ໄລຍະ​ຈະ​ມາ​ເຖິງ​ປະສົມ​ຜົນສຳ​ເລັດ. ທ່ານ​ປະທານ​ປະ​ເທດ ຢືນຢັນ​ວ່າ: ການ​ຢ້ຽມຢາມ​ນີ້ ຈະ​ເປີດ​ໜ້າ​ໃໝ່​ໃນ​ການ​ພົວພັນ 2 ປະ​ເທດ. ​ເພື່ອ​ສ້າງ​ຄວາມ​ສະດວກ​ໃຫ້ການຍູ້​ແຮງການ​ຮ່ວມ​ມື​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ສະ​ເໜີ 2 ຝ່າຍພ້ອມ​ກັນ​ກວດກາ​ຄືນ, ​ເພີ່ມ​ເຕີມ​ບັນດາ​ເອກະສານ​ຮ່ວມ​ມື ສ້າງກອບ​ກົດໝາຍ, ​ເປີດ​ທາງ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຊອກ​ຫາ​ກາລະ​ໂອກາດ.

 


ຂ່າວ/ບົດ​ອື່ນ