ປະທານປະເທດເຂົ້າຮ່ວມກອງປະຊຸມສຳມະນາກ່ຽວກັບນາຍພົນທີ່ມີຊື່ສຽງ ກາວໂລ້

ປະທານປະເທດເຂົ້າຮ່ວມກອງປະຊຸມສຳມະນາກ່ຽວກັບນາຍພົນທີ່ມີຊື່ສຽງ ກາວໂລ້ - ảnh 1
ປະທານ​ປະ​ເທດ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ນາຍ​ພົນ​ທີ່​ມີ​ຊື່​ສຽງ ກາວ​ໂລ້
(ພາບ: songmoi.vn)

(vovworld) – ​ຕອນ​ເຊົ້າ​ວັນ​ທີ 16/1, ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ ”ກາວ​ໂລ້, ນາຍ​ພົນ​ຜູ້​ມີ​ຊື່​ສຽງ​ໃນ​ສະ​ໄໝກໍ່​ຕັ້ງ​ປະ​ເທດ”. ປະທານ​ປະ​ເທດ ​ເຈືອງ​ເຕິ​ນຊາງ ​ເນັ້ນ​ໜັກ​ວ່າ, ນີ້​ແມ່ນ​ການ​ສຳ​ມະ​ນາ​ທີ່​ມີ​ຄວາມ​ໝາຍ​ທີ່​ສຸດ ​ເພື່ອ​ແນ​ໃສ່​ເຊີດ​ຊູ​ບຸນຄູນ​ຂອງ​ນາຍ​ພົນ ກາວ​ໂລ້, ຜູ້​ທີ່​ໄດ້​ຊ່ວຍ​ເຈົ້າ​ຊີວິດ ທຸກຟ໋ານ - ອານ​ເຢືອງ​ເວື​ອງ ກໍ່​ຕັ້ງ​ປະ​ເທດ ​ເອົາ​ລາກ. ສະ​ແດງ​ຄວາມ​ຮູ້​ບຸນ​ຄູນ​ຕໍ່​ບັນພະບຸລຸດ ​ແມ່ນ​ສິນ​ທຳ ​ແລະ ມູນ​ເຊື້ອ​ຂອງ​ຊາດ​ຫວຽດນາມ, ​ແມ່ນ​ພື້ນຖານ​ດ້ານ​ວັດທະນະທຳ,  ​ແລະ ຈິດ​ໃຈ, ສ້າງ​ເປັນ​ກຳລັງ​ແຮງ, ພະລັງ​ຊີວິດ​ທີ່​ຍືນ​ຍົງຄົງຕົວຕະຫຼອດ​ໄປ​ໃຫ້​​ແກ່ປະ​ເທດ​ຊາດ.

”​ເຖິງ​ວ່ານາຍ​ພົນ ກາວ​ໂລ້ ​ໄດ້​ລ່ວງ​ລັບ​ໄປ​ກ່ອນ​ນີ້ 2 ສະຕະວັດ ດ້ວຍ​ການ​ຫັນປ່ຽນ​ບໍ່​ຈັກ​ວ່າ​ເທົ່າ​ໃດ​ຂອງ​ປະຫວັດສາດກໍ່​ຕາມ, ​ແຕ່​ຊີວິດ ​ແລະ ພາລະກິດ​ຂອງ​ເພິ່ນ ຍາມ​ໃດ​ກໍ່​ຝັງ​ເລິກ​ໃນ​ດວງ​ໃຈ​ຂອງ​ຊາວ​ຫວຽດນາມ​ ທຸກ​ຄົນ​. ກອງ​ປະຊຸມ​ສຳ​ມະ​ນາ​ຄັ້ງ​ນີ້, ​ແມ່ນ​ໂອກາດ​ເພື່ອ​ເຊີດ​ຊູ, ສະ​ແດງ​ຄວາມ​ຮູ້​ບຸນ​ຄູນ​ຂອງ​ລຸ້ນປະຈຸ​ບັນ​ທີ່​ມີ​ຕໍ່​ບຸລຸດ​ຜູ້​ທີ່​ມີ​ຄຸນງາມຄວາມດີ​ໃນ​ປະຫວັດສາດ ​ແຫ່ງ​ການ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ທັງ​ແມ່ນ​ໂອກາດ​ເພື່ອ​ຖອດ​ຖອນ​ບົດຮຽນ​​ໃນປະຫວັດສາດ​​ ໃຫ້​ແກ່​ພາລະກິດ​ແຫ່ງ​ການ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຂອງ​ປະຊາຊົນ​ໃນ​ປະຈຸ​ບັນ”.

ຂ່າວ/ບົດ​ອື່ນ