ປະທານປະເທດເຈີ່ນດ້າຍກວາງຕ້ອນຮັບສາດສະດາຈານມະຫາວິທະຍາໄລBrown-ອາເມລິກາ

ປະທານປະເທດເຈີ່ນດ້າຍກວາງຕ້ອນຮັບສາດສະດາຈານມະຫາວິທະຍາໄລBrown-ອາເມລິກາ - ảnh 1
ທ່ານ​ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ​ແລະ ທ່ານສາດ​ສະ​ດາ​ຈານ John Savage
​(ພາບ: vtv.vn)

(vovworld) - ຕອ​ນ​ບ່າຍ​ວັນ​ທີ 27/10, ຢູ່​ສຳ​ນັກ​ງານ​ປະ​ທານ​ປະ​ເທດ, ທ່ານ​ປະ​ທາ​ນ​ປະ​ເທດ ຫວຽດ​ນາມ ເຈີ່ນ​ດ້າຍກວາງ ໄດ້​ໃຫ້​ການ​ຕ້ອນ​ຮັບ​​ທ່ານສາດ​ສະ​ດາ​ຈານ John Savage, ເຊິ່ງ​ແມ່ນ​ສາດ​ສະ​ດາ​ຈາ​ນ​ກ່ຽວ​ກັບ​ວິ​ທະ​ຍາ​ສາດ​ຄອມ​ພິວ​ເຕີ​ຢູ່​ມະ​ຫາ​ວິ​ທະ​ຍ​າ​ໄລ Brown - ອາ​ເມ​ລິ​ກາ. ສາດ​ສະ​ດາ​ຈານ John Savage ເປັນ​ສະ​ມາ​ຊິກ​ຂອງຫຼາຍ​ອົງ​ການ​ວິ​ທະ​ຍາ​ສາດ​ສາ​ກົນ​ທີ່​ມີອິດ​ທິພົນ​ຊື່​ສຽງ. ທີ່​ການ​ຕ້ອນ​ຮັບ, ທ່ານ​ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ສະ​ເໜີ​ ​ ສາດ​ສະ​ດາ​ຈານ John Savage ດ້ວຍ​ບັນ​ດາ​ບົດ​ຮຽນ​ຂອງ​ຕົນ​ໃນ​ຂົງ​ເຂດນີ້​ຈະ​ແມ່ນ​ຂົວ​ເຊື່ອມ​ຕໍ່​ໃຫ້​ແກ່​ບັນ​ດາ​ນັກ​ວິ​ທະ​ຍາ​ສາດ​ສາ​ກົນ​ມາ ຫວຽດ​ນາມ ​ເພື່ອຊອກ​ຮູ້, ຄົ້ນ​ຄ້​ວາ ໃນ​ຂົງ​ເຂດ ວິ​ທະ​ຍາ​ສາດ - ​ເຕັກ​ໂນ​ໂລ​ຢີ, ສຶກ​ສາ​ອົບ​ຮົມ​ຊ່ວຍ​ ຫວຽດ​ນາມ ສ້າງ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ມີ​ຄຸນ​ນະ​ພາບ​ສູງ​ກ່ຽວ​ກັບ​ດ້ານ ວິ​ທະ​ຍາ​ສາດ - ​ເຕັກ​ໂນ​ໂລ​ຢີ, ຄອມ​ພິວ​ເຕີ, ປະ​ກອບ​ສ່ວນ​​ຢ່າງແທ​ດ​ຈິງ, ​ຍູ້​ແຮງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ ຫວຽດ​ນາມ - ອາ​ເມ​ລິ​ກາ.

        ສ່ວນທ່ານສາດ​ສະ​ດາ​ຈານ John Savage ຢືນຢັນ​ວ່າ​ຈະ​ມາ​ນະ​ພະ​ຍາ​ຍາມ​ຮ່ວ​ມ​ມື ກັບ ຫວຽດ​ນາມ ເພື່ອ​ໜູນ​ຊ່ວຍ​ພັດ​ທະ​ນາ ວິ​ທະ​ຍາ​ສາດ - ​ເຕັກ​ໂນ​ໂລ​ຢີ ເວົ້າ​ລວມ, ໃນ​ນັ້ນ​ມີ​ການ​ສ້າງ​ຕັ້ງ​ເຄືອ​ຂ່າ​ຍ​ອິນ​ເຕີ​ເນັດ​ທີ່​ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ​ມີ​ຄວາມປອດ​ໄພ, ສະ​ໜິດ​ສະ​ໜົມ ແລະ ມີ​ຄວາມ​ສາ​ມາດ​ປະ​ຕິ​ບັດ​ຢ່າງສູງ.


ຂ່າວ/ບົດ​ອື່ນ