ປະທານປະເທດເຈີນດ້າຍກວາງຕ້ອນຮັບເອກອັກຄະລັດຖະທູດອົດສະຕາລີສິ້ນສຸດການປະຕິບັດງານຢູ່ຫວຽດນາມ

ປະທານປະເທດເຈີນດ້າຍກວາງຕ້ອນຮັບເອກອັກຄະລັດຖະທູດອົດສະຕາລີສິ້ນສຸດການປະຕິບັດງານຢູ່ຫວຽດນາມ - ảnh 1
ປະທານປະເທດເຈີນດ້າຍກວາງຕ້ອນຮັບ
ເອກອັກຄະລັດຖະທູດອົດສະຕາລີສິ້ນສຸດການປະຕິບັດງານຢູ່ຫວຽດນາມ
(ພາບ: TTXVN)

(vovworld) - ​​ຕອນ​ບ່າຍ​ວັນ​ທີ 26/05, ຢູ່​ຮ່າ​ໂນ້ຍ, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ອົດ​ສະ​ຕາ​ລີ Hugh Borrowman, ເຂົ້າ​ຢ້ຽມ​ອ​ຳ​ລາ ເນື່ອງ​ໃນ​ໂອ​ກາດ​ສິ້​ນ​ສຸດກ​ານ​ປະ​ຕິ​ບັດ​​ໜ້າ​ທີ່​ການ​ທູດຢູ່​ຫວຽດ​ນາມ. ທີ່​ການ​ຕ້ອນ​ຮັບ, ທ່ານ​ປະ​ທານ​ປະ​ເທດ ເນັ້ນ​ໜັກ​ວ່າ, ອົດ​ສະ​ຕາ​ລີ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຄູ​່​ຮ່ວມ​ມືດ​້ານ​ການ​ຄ້າ ແລະ ນັກ​ລົງ​ທຶນ​ອັນ​ດັບ​ໜຶ່ງ​ຂອງ​ຫວຽດ​ນາມ, ວົງ​ເງິນ​ການ​ຄ້າ​ລະ​ຫວ່າງ 2 ປະ​ເທດ​ບັນ​ລຸ​ເກືອບ 5 ຕື້ USD ໃນ​ປີ 2015. ທ່ານ​ປະ​ທານ​ປະ​ເທດ ຕີ​ລາ​ຄາ​ສູງ​ບັນ​ດາ​ວິ​ສາ​ຫະ​ກິດ ແລະ ບັນ​ດ​າ​ໂຄງ​ການ​ຂອງ​ອົດ​ສະ​ຕາ​ລີ ທີ່​ລົງ​ທຶນເຂົ້າ​ຫວຽດ​ນາມ ​ແມ່ນໄດ້​ປະ​ກອບ​ສ່ວນ​​ຢ່າງ​ຕັ້ງ​ໜ້າເຂົ້າ​ໃນ​ວິ​ວັດ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ສັງ​ຄົມ​ຂອງ​ຫວຽດ​ນາມ, ໂດຍ​ສະ​ເພາະ​ແມ່ນ​ໃນ​ບັນ​ດາ​ຂົງ​ເຂດ​ທະ​ນາ​ຄານ, ນຳ​ມັນ​ອາຍ​ແກັ​ສ, ​ການກໍ່​ສ້າງ, ອຸດ​ສາ​ຫະ​ກຳ​ເບົ່າ… ພ້ອມ​ທັງ​ປາດ​ຖະ​ໜາ​ຢາກ​ໃຫ້​ຝ່າຍ​ອົດ​ສະ​ຕາ​ລີ ສ້າງ​ເງື່ອນ​ໄຂ​ສະ​ດວກ​ສຳ​ລັບ​​ຜະ​ລິດ​ຕະ​ພັນ​ກະ​ເສດ, ສິ​ນ​ໃນ​ນ້ຳ​ຂອງ​ຫວຽດ​ນາມ ເຂົ້​າ​ຕະ​ຫຼາດ​ປະ​ເທດ​ນີ້. ກ່ຽວ​ກັບ​ການ​ພົບ​ພັນ​ສາ​ກົນ, ທ່ານ​ປະ​ທານ​ປະ​ເທດ ສະ​ເໜີ​ໃຫ້ 2 ປະ​ເທດ​ສືບ​ຕໍ່​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ ແລະ ສົມ​ທົບ​​ຫຼັກ​ໝັ້ນ​ນຳ​ກັນ​ຢູ່​ບັນ​ດາ​ເວ​ທີ​ປາ​ໄສ​ພາກ​ພື້ນ​ ແລະ ສາ​ກົນ​ຄື: ກອງ​ປະ​ຊຸມ​​ຂັ້ນ​ສູງ​ອາ​ຊີ​ຕາ​ເວັນ​ອອກ (EAS), ເວ​ທີ​ປາ​ໄສ​ຮ່ວມ​ມື​ເສດ​ຖະ​ກິດ​ອາ​ຊ​ີ - ປາ​ຊີ​ຟິກ (APEC) ແລະ​ ສະ​ຫະ​ປະ​ຊາ​ຊາດ. ທ່ານ​ປະ​ທານ​ປະ​ເທດ ຖ​ື​ວ່າ, 2 ຝ່າຍ​ຕ້ອງ​ສືບ​ຕໍ່​ຮັກ​ສາ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ປະ​ຈ​ຳ​ປີ ແລະ ໃນ​ທຸກ​ຊ່ອງ ​ຂອງພັກ, ລັດ, ລັດ​ຖະ​ບານ ແລະ ການ​ພົບ​ປະ​ແລກ​ປ່ຽນ​ປະ​ຊາ​ຊົນ…

ຂ່າວ/ບົດ​ອື່ນ