ປະທານປະເທດເຈີນດ້າຍກວາງພົບປະກັບນັກທຸລະກິດດີເດັ່ນ 115 ຄົນ


 ປະທານປະເທດເຈີນດ້າຍກວາງພົບປະກັບນັກທຸລະກິດດີເດັ່ນ 115 ຄົນ - ảnh 1
ປະ​ທານ​ປະ​ເທດ​ເຈີນ​ດ້າຍກວາງ​ພົບ​ປະ​ກັບ​ນັກ​ທຸ​ລະ​ກິດ​ດີ​ເດັ່ນ 115 ຄົນ
(vovworld)- ທ່ານປະ​ທານ​ປະ​ເທດ​ເຈີນ​ດ້າຍກວາງ​ພົບ​ປະ​ກັບ​ນັກ​ທຸ​ລະ​ກິດ​ດີ​ເດັ່ນ 115 ຄົນ ໃນ​ຕອນ​ເຊົ້າ​ວັນ​ທີ 7/1 ຢູ່​ຮ່າ​ໂນ້ຍ. ນີ້​ແມ່ນ​ບັນ​ດາ​ວິ​ສາ​ຫະ​ກິດ, ນັກ​ທຸ​ລະ​ກິດ​ທີ່​ດີ​ເດັ່ນ ແລະ ນຳ​ໜ້າ​ໃນ​ຂະ​ບວນ​ວິ​ວັດ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນຂອງ​ຫວຽດ​ນ​າມ. ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ, ປະ​ທານ​ປະ​ເທດ​ເຈີນ​ດ້າຍກວາງ​ໄດ້​ສະ​ເໜີ ບັນ​ດາ​ວິ​ສາ​ຫະ​ກິດ, ນັກ​ທຸ​ລະ​ກິດ​ຄວນ​ອອກ​ແຮງ​ສູ້​ຊົນ​ສ້າງ​ເຄື່ອງ​ໝາຍ​ການ​ຄ້າ​ຫວຽດ​ນາມ​ບົນ​ເວ​ທີ​ສາ​ກົນ, ເປັນ​ເຈົ້າ​ຂອງ​ຕະຫຼາດ​ພາຍ​ໃນ​ປະ​ເທດ ແລະ ໄລ​ຍະ​ທີ່​ຈະ​ມາ​ເຖິງ, ຖັນ​ແຖວ​ນັກ​ທຸ​ລະ​ກິດ, ວິ​ສາ​ຫະ​ກິດ​ຈະ​ບັນ​ລຸ​ລະ​ດັບ​ພາກ​ພື້ນ, ບືນ​ຕົວ​ອອກ​ສູ່​ໂລກ​ເທື່ອ​ລະ​ກ້າວ. ທ່ານ​ປະ​ທານ​ປະ​ເທດ​ເຈີນ​ດ້າຍກວາງ​ກ່າວ​ວ່າ :  
“ ຂ້າ​ພະ​ເຈົ້າ​ຫວັງ​ວ່າ ບັນ​ດາ​ວິ​ສາ​ຫະ​ກິດ, ນັກ​ທຸ​ລະ​ກິດ​ຫວຽດ​ນາມ​ຕ້ອງ​ເປັນ​ເຈົ້າ​ການ​ສ້າງ​ບັນ​ດາ​ໂຄງ​ການ​ເຄ​ືຶ່ອນ​ໄຫວ​ລະ​ອຽດ, ພິ​ເສດ​ແມ່ນ​ເອົາ​ໃຈ​ໃສ່​ເຖິງ​ຍຸດ​ທະ​ສາດ​ການ​ຜະ​ລິດ ດຳ​ເນີນ​ທຸ​ລະ​ກິດ ແລະ ພັດ​ທະ​ນາ​ຕະຫຼາດ; ສືບ​ຕໍ່​ເສີມ​ຂະ​ຫຍາຍ​ກຳ​ລັງ​ພາຍ​ໃນ ແລະ ທ່າ​ໄດ້​ປຽບ, ຍາດ​ແຍ່ງ​ແຫຼ່ງ​ທຶນ​ຈາກ​ພາຍນອກ, ຮັບ​ເອົາ​ການ​ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ​ໃໝ່, ບົດ​ຮຽນ​ຄຸ້ມ​ຄອງ​ທີ່​ກ້າວ​ໜ້າ, ຍົກ​ສູງ​ຄວາມ​ສາ​ມາດ​ແກ່ງ​ແຍ້ງ​ຂອງ​ສິນ​ຄ້າ, ການ​ບໍ​ລິ​ການ​ເພື່ອຢັ້ງ​ຢືນ​ເຄື່ອງ​ໝາຍ​ການ​ຄ້າ​ບົນ​ຕະຫຼາດ​ສາ​ກົນ ”
ຂ່າວ/ບົດ​ອື່ນ