ປະທານປະເທດເຈີນດ້າຍກວາງຢ້ຽມຢາມສະພາມະຫາບັນດິດວິທະຍາສາດເຕັກໂນໂລຢີ


ປະທານປະເທດເຈີນດ້າຍກວາງຢ້ຽມຢາມສະພາມະຫາບັນດິດວິທະຍາສາດເຕັກໂນໂລຢີ - ảnh 1
ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈີນ​ດ້າຍກວາງ ກ່າວຄຳ​ເຫັນ​ທີ່​ການ​ໂອ້​ລົມ​

(vovworld)- ການ​ຄົ້​ນ​ຄ້​ວາ, ນຳ​ໃຊ້​ວິ​ທະ​ຍາ​ສາດ​ເຂົ້າ​ໃນ​ການ​ດຳ​ລົງ​ຊີ​ວິດ ແມ່ນ​ກຳ​ລັງ​ໜູນ​ທີ່​ສຳ​ຄັນ​ເພື່ອ​ພັດ​ທະ​ນາ​ເສດ​ຖະ​ກິດ. ນັ້ນ​ແມ່ນ​ຄຳ​ຢືນ​ຢັນ​ຂອງ​ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈີນ​ດ້າຍກວາງ ເມື່ອ​ໄປ​ຢ້ຽມ​ຢາມ ແລະ ໂອ້​ລົມ​ກັບ​ບັນ​ດາ​ສາດ​ສະ​ດາ​ຈານ, ພະ​ນັກ​ງານ, ສະ​ມາ​ຊິກ​ສະ​ພາ​ມະ​ຫາ​ບັນ​ດິດ​ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຢີ​ຫວຽດ​ນາມ ແລະ ສະ​ພາ​ມະ​ຫາ​ບັນ​ດິດ​ວິ​ທະ​ຍາ​ສາດສັງ​ຄົມ​ຫວຽດ​ນາມ ເນື່ອງ​ໃນ​ໂອ​ກາດ​ວັນ​ວິ​ທະ​ຍາ​ສາດ​ຫວຽດ​ນາມ 18/5. ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈີນ​ດ້າຍກວາງ ກ່າວ​ວ່າ :

   “ ປ່ຽນ​ແປງ​ໃໝ່​ຢ່າງ​ແຂ​ງ​ແຮງກົນ​ໄກ​ຄຸ້ມ​ຄອງ, ການ​ຈັດ​ຕັ້ງ, ການ​ເຄື່ອນ​ໄຫວ​ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຢີ ແລະ ຖື​ວ່ານັ້ນ​ແມ່ນ​ຂອດ​ບຸກ​ທະ​ລຸ​ເພື່ອ​ຊຸກ​ຍູ້​ການ​ພັດ​ທະ​ນາ ແລະ ຍົກ​ສູງ​ປະ​ສິດ​ທິ​ຜົນ​ທາງ​ດ້ານ​ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຢີ, ສ້າງ​ກຳ​ລັງ​ໜູນ​ໃຫ້​ແກ່​ບັນ​ດາ​ນັກ​ວິ​ທະ​ຍາ​ສາດ​ອຸ​ທິດ​ສ່ວນ​ໃຫ້​ແກ່​ປະ​ເທດ​ຊາດ. ປ່ຽນ​ແປງ​ໃໝ່​ນັບ​ແຕ່​ຂອດ​ສ້າງ​ບັນ​ດາ​ໜ້າ​ທີ່​ໃຫ້​ເປັນ​ຮູບ​ປະ​ທຳ. ສ້າງ​ລະ​ບົບ​ມາດ​ຖານ​ຕີ​ລາ​ຄາ​ໝາກ​ຜົນ​ບັນ​ດາ​ໂຄງ​ການ, ແຜນ​ງານ, ຫົວ​ເລື່ອງວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລຢ​ີ​ຕາມ​ທິດ​ຮັບ​ໃຊ້​ຈຸດ​ໝາຍ​ໜ້າ​ທີ່​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ.  ”

    ແລະ ກໍ​ໃນ​ຕອນ​ເຊົ້າ​ຂອງວັນ​ດຽວ​ກັນ ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈີນ​ດ້າຍກວາງ ກໍ​ໄດ້ ໄປ​ຢ້ຽມ​ຢາມ ແລະ ໂອ້​ລົມ​ກັບ​ບັນ​ດາ​ນັກ​ວິ​ທະ​ຍາ​ສາດ, ພະ​ນັກ​ງານ​ພາ​ລະ​ກອນສະ​ພາ​ມະ​ຫາ​ບັນ​ດິດ​ວິ​ທະ​ຍາ​ສາດສັງ​ຄົມ​ຫວຽດ​ນາມ ເນື່ອງ​ໃນ​ໂອ​ກາດ​ວັນ​ວິ​ທະ​ຍາ​ສາດ​ຫວຽດ​ນາມ 18/5. ນະ​ທີ່ນີ້, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈີນ​ດ້າຍກວາງ ກ່າວ​ວ່າ :

   “ ພ້ອມ​ກັບ​ການ​ສຸມ​ໃສ່​ຄົ້ນ​ຄ້​ວາ​ບັນ​ດາ​ບັນ​ຫາ​ວິ​ທະ​ຍາ​ສາດ​ສັງ​ຄົມ​ໂດຍ​ພື້ນ​ຖານ​ຂອງ​ປະ​ເທດ​ຊາດ, ວັດ​ທະ​ນະ​ທ​ຳ ແລະ ຊາວ​ຫວຽດ​ນາມ, ສະ​ພາ​ມະ​ຫາ​ບັນ​ດິດ​ວິ​ທະ​ຍາ​ສາດສັງ​ຄົມ​ຫວຽດ​ນາມຄວນ​ສືບ​ຕໍ່​ປ່ຽນ​ໃໝ່​ຈິນ​ຕະ​ນາ​ການ​ທິດ​ສະ​ດີ, ເຮັດ​ແຈ້ງ​ພື້ນ​ຖານ​ທິດ​ສະ​ດີ, ພຶດ​ຕິ​ກຳ, ສ້າງ​ລະ​ບົບ​ທັດ​ສະ​ນະ​ກ່ຽວ​ກັບ​ລັດ​ທິ​ສັງ​ຄົມ​ນິ​ຍົມ ແລະ ເສັ້ນ​ທາງ​ກ້າວ​ຂຶ້ນ​ສູ່​ສັງ​ຄົມ​ນິ​ຍົມ​ຢູ່​ຫວຽດ​ນາມ ແນ​ໃສ່​ສ້າງ​ປະ​ເທ​ດ​ຫວຽດ​ນາມ​ທີ່​ປະ​ຊົນ​ຮັ່ງ​ມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ, ປະ​ຊາ​ທິ​ປະ​ໄຕ, ຍຸດ​ຕິ​ທຳ ແລະ ສິ​ວິ​ໄລ” ໃນ​ວິ​ວັດ​ທະ​ນາ​ການ​ຍູ້​ແຮງ​ການ​ຫັນ​ເປັນ​ອຸດ​ສາ​ຫະ​ກຳ ແລະ ທັນ​ສະ​ໄໝດ້ວຍ​ຜົນ​ກະ​ທົບຂອງ​ໂລ​ກາ​ພິ​ວັດ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ”
ຂ່າວ/ບົດ​ອື່ນ