ປະທານປະເທດເຈີ່ນດ້າຍກວາງສິ້ນສຸດການໄປຢ້ຽມຢາມທາງລັດຖະກິດປະເທດອິນເດຍແລະບັງກະລາເທດ

(VOVWORLD) -ຕອນຄ່ຳວັນທີ 06 ມີນາ, ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ແລະ ພັນລະຍາ, ພ້ອມກັບຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ກັບມາຮອດຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມທາງລັດຖະກິດຢູ່ອິນເດຍ (ແຕ່ວັນທີ 02 – 04/03) ແລະ  ຢູ່ບັງກະລາເທດ (ແຕ່ວັນທີ 04 – 06/03).

ປະທານປະເທດເຈີ່ນດ້າຍກວາງສິ້ນສຸດການໄປຢ້ຽມຢາມທາງລັດຖະກິດປະເທດອິນເດຍແລະບັງກະລາເທດ - ảnh 1 (ທ່ານປະທານປະເທດເຈີ່ນດ້າຍກວາງສິ້ນສຸດການ

ໄປຢ້ຽມຢາມທາງລັດຖະກິດປະເທດອິນເດຍແລະບັງກະລາເທດ)

ໃນການຢ້ຽມຢາມທາງລັດຖະກິດຢູ່ອິນເດຍ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ມີການເຈລະຈາ, ພົບປະເຈລະຈາກັບປະທານາທິບໍດີ ແລະ ນາຍົກລັດຖະມົນຕີອິນເດຍ; ຕ້ອນຮັບປະທານສະພາຕ່່ຳ, ເຂົ້າຮ່ວມເວທີປາໄສວິສາຫະກິດຫວຽດນາມ - ອິນເດຍ…

        ການຢ້ຽມຢາມທາງລັດຖະກິດຢູ່ບັງກະລາເທດ ຂອງທ່ານປະທານປະເທດ ເຈີ່ນດ້າຍກວາງ ຖືກດຳເນີນກົງກັບໂອກາດສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ - ບັງກະລາເທດ. ໃນການຢ້ຽມຢາມ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ມີການພົບປະ, ເຈລະຈາກັບປະທານາທິບໍດີ ແລະ ນາຍົກລັດຖະມົນຕີອິນເດຍ; ຕ້ອນຮັບປະທານສະພາແຫ່ງຊາດ ແລະ ປະທານພັກກຳມະກອນ, ເຂົ້າຮ່ວມເວທີປາໄສຫວຽດນາມ - ບັງກະລາເທດ…

        ເນື່ອງໃນໂອກາດການຢ້ຽມຢາມທາງລັດຖະກິດຢູ່ອິນເດຍ ແລະ ບັງກະລາດເທດຂອງທ່ານປະທານປະເທດ ເຈີ່ນດ້າຍກວາງ ແລະ ພັນລະຍາ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ດັ້ງດິ່ງກຸຍ ໄດ້ຕອບສຳພາດຕໍ່ວົງການນັກຂ່າວທີ່ເດີນທາງໄປພ້ອມກັບຄະນະຜູ້ແທນກ່ຽວກັບໝາກຜົນການຢ້ຽມຢາມ.

        ກ່ຽວກັບໝາກຜົນຂອງບັນດາການຢ້ຽມຢາມ, ທ່ານຮອງລັດຖະມົນຕີ ດັ້ງດິ່ງກຸຍ ໃຫ້ຮູ້ວ່າ, ການຢ້ຽມຢາມທາງລັດຖະກິດຂອງທ່ານປະທານປະເທດ ເຈີ່ນດ້າຍກວາງ, ພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ຢູ່ອິນເດຍ ແລະ ບັງກະລາດເທດ ບັນລຸຜົນສຳເລັດຢ່າງຈົບງາມໃນທຸກຂົງເຂດ. ໃນທຸກບັນຫາ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ແລກປ່ຽນກັບການນຳ 2 ປະເທດອິນເດຍ ແລະ ບັງກະລາເທດ, 2 ຝ່າຍລ້ວນແຕ່ບັນລຸໄດ້ຄວາມເຫັນດີເຫັນພ້ອມຢ່າງສູງ, ໃນນັ້ນມີບັນດາການກຳນົດທິດໃຫຍ່ເພື່ອຊຸກຍູ້ການພົວພັນລະຫວ່າງຫວຽດນາມ ກັບອິນເດຍ ແລະ ບັງກະລາເທດ.

        ສຳລັບອິນເດຍ, ນັ້ນແມ່ນການຫັນບັນດາເນື້ອໃນໃຫ້ປະກົດຜົນເປັນຈິງ ແລະ ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ສຳລັບບັງກະລາເທດ, ນັ້ນແມ່ນເຮັດໃຫ້ການພົວພັນມິດຕະພາບທີ່ເປັນມູນເຊື້ອໄດ້ຍົກຂຶ້ນສູ່ລະດັບສູງໃໝ່, ມີປະສິດທິຜົນກວ່າ ແລະ ແທດຈິງກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ