ປະທານປະເທດເຈືອງເຕີ໋ນຊາງຕ້ອນຮັບຄະນະວິສາຫະກິດຍີ່ປຸ່ນ

 ປະທານປະເທດເຈືອງເຕີ໋ນຊາງຕ້ອນຮັບຄະນະວິສາຫະກິດຍີ່ປຸ່ນ - ảnh 1
ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​
ເຕີ໋ນຊາງຕ້ອນຮັບ​ຄະນະ​ວິ​ສາ​ຫະກິດ ຍີ່ປຸ່ນ
(ພາບ: TTXVN)

(vovworld) ຕອນ​ບ່າຍວັນ​ທີ 14/10, ທີ່​ການ​ຕ້ອນຮັບ​ຄະນະ​ວິ​ສາ​ຫະກິດ ຍີ່ປຸ່ນ ພວມ​ມີ​ການ​ຢ້ຽ​ມຢາມ ຫວຽດນາມ ​ແລະ ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ເສດຖະກິດ ຫວຽດນາມ - ຍີ່ປຸ່ນ, ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີ໋ນຊາງ ຕີ​ລາຄາ​ສູງ​ບັນດາໝາກຜົ​ນຂອງ​ເວທີ​ປາ​ໄສ​ເສດຖະກິດ ຫວຽ​ດນາມ - ຍີ່ປຸ່ນ ​ໃນ​ຄັ້ງນີ້, ພ້ອມ​ກັນນັ້ນ, ກໍ່ຢືນຢັນຄວາມ​ສະ​ໜິດຕິດ​ພັນ ​ແລະ ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ​ລະຫວ່າງ 2 ປະ​ເທດ ຜ່ານ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງ​ເລິກ​ເຊິ່ງ ກ້ວາງ​ຂວາງ ​ແລະ ຖະ​ແຫຼ​ງການ​ກ່ຽວ​ກັບ​ວິ​ໄສ​ທັດ​ລວມກ່ຽວ​ກັບການ​ພົວພັນ ຫວຽດນາມ  - ຍີ່ປຸ່ນ ​ໃນ​ການຢ້ຽມຢາມ ຍີ່ປຸ່ນ ຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ໃນ​ເດືອນ 9 ຜ່ານມາ. ກ່ຽວ​ກັບ​ການຮ່ວມ​ມື​ເສດຖະກິດ, ທ່າ​ນປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ​ໃຫ້​ຂໍ້ສັງ​ເກດ​ວ່າ: ດ້ວຍ​ຄວາມ​ໄວ້​ເນື້ອ​ເຊື່ອ​​ໃຈ​ເຊິ່ງກັນ ​ແລະ ກັນ, ​ໄດ້​ມີ​ອົງການ​ຈັດ​ຕັ້ງ​ຫລາຍ​ແຫ່ງ​ຄື: JETRO, JBIC, Keidaren, JAICA ​ແລະ ບັນດາ​ວິ​ສາ​ຫະກິດ ຍີ່ປຸ່ນ ພວມ​ເຄື່ອນ​​ໄຫວ​ຢູ່ ຫວຽດນາມ, ພ້ອມ​ທັງ ປາດ​ຖະໜາ​ຢາກ​ໃຫ້ ຍີ່ປຸ່ນ ສືບ​ຕໍ່​ຮັກສາ​ບົດບາດນຳ​ໜ້າ​ດ້ານການ​ຄ້າ, ການ​ລົງທຶນ ​ແລະ ສະໜອງ​ແຫຼ່ງທຶນ​ຊ່ວຍ​ເຫຼືອ​ພັດທະນາ (ODA) ​ເປັນ​ທາງ​ການ​ໃຫ້ ຫວຽດນາມ. ສ່ວນ​ທ່ານ​ນາງ Yuri Sato, ຮອງ​ປະທານ JETRO ​ໃຫ້​ຮູ້​ວ່າ: ຈຳນວນ​ວິ​ສາ​ຫະກິດ ຍີ່ປຸ່ນ ​ເອົາ​ໃຈ​ໃສ່​ການ​ລົງທຶນ, ດຳ​ເນີນ​ທຸລະ​ກິດ​ຢູ່ ຫວຽດນາມ ພວມ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ. ພ້ອມ​ກັນ​ການ​ເອົາ​ໃຈ​ໃສ່​ຕໍ່ການ​ລົງທຶນ​ເຂົ້າ ຫວຽດນາມ, ບັນດາ​ວິ​ສາ​ຫະກິດ ຍີ່ປຸ່ນ ຈະ​ປະກອບສ່ວນ​ຊ່ວຍ ຫວຽດນາມ ​ເພີ່ມ​ທະວີ​ກຳລັງ​ແກ່ງ​ແຍ້​ງຂອງ​ພື້ນຖານ​ເສດຖະກິດ ​ແລະ ຍົກ​ສູງ​ຄຸນ​ນະພາ​ບ​ແຫຼ່ງຊັບພະຍາກອນ​ມະນຸດ.

ຂ່າວ/ບົດ​ອື່ນ