ປະທານປະເທດເຈືອງເຕີນຊາງຕ້ອນຮັບປະທານກຳມາທິການອາຊີຕາເວັນອອກ-ປາຊີຟິກສະພາສູງອາເມລິກາ

ປະທານປະເທດເຈືອງເຕີນຊາງຕ້ອນຮັບປະທານກຳມາທິການອາຊີຕາເວັນອອກ-ປາຊີຟິກສະພາສູງອາເມລິກາ - ảnh 1
ທ່ານ Benjamin Cardin

(vovworld) – ວັນ​ທີ 28/5, ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ໄດ້​ໃຫ້ການ​ຕ້ອນ​ຮັບ​ປະທານ​​ກຳມາ​ທິການ ອາຊີ ຕາ​ເວັນ​ອອກ​ - ປາ​ຊິກ​ຟິກ, ສັງ​ກັດ​ກຳມາ​ທິການ​ ການຕາງ​ປະ​ເທດ ສະພາ​ສູງ ອາ​​ເມ​ລິ​ກາ Benjamin Cardin ພວມ​ຢູ່ ຢ້ຽມຢາມ, ​ເຮັດ​ວຽກ​ຢູ່ ຫວຽດນາມ.

    ທີ່​ການ​ຕ້ອນຮັບ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຊີ້​ແຈ້ງວ່າ: ຫວຽດນາມ ພວມ​ຜັນ​ຂະຫຍາຍ​ການ​ສ້າງໂຄງ​ປະກອບພື້ນຖານ​ເສດຖະກິດ​ຄືນ​ໃໝ່. ຮັບ​ຮູ້​ບັນດາ​ໝາກຜົນ​ຂອງ​ການ​ເຮັດ​ວຽກ​ຕັ້ງໜ້າ​ລະຫວ່າງ​ປະທານ​ກຳມາ​ທິການ ​ແລະ ທ່ານນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ເຊື່ອ​ໝັ້ນ​ວ່າ: ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ ທ່ານ Benjamin Cardin ຈະ​ປະກອບສ່ວນ​ເພີ່ມ​ທະວີ​ການ​ພົວພັນ 2 ຝ່າຍ, ຊຸກຍູ້​ການ​ຮັບຮອ​ງ​ເອົາກົດ​ລະບຽບການ​ຕະຫຼາດ​ກັບ ຫວຽດນາມ ຢ່າງຄົບ​ຖ້ວນ.

    ກ່ຽວ​ກັບ​ບັນຫາ​ສິດທິ​ມະນຸດ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຊີ້​​ແຈ້ງວ່າ: ໜຶ່ງ​ໃນ​ບັນດາ​ຈຸດ​ທີ່​ສຳຄັນ​ທີ່​ສຸດ​ໃນ​ລັດຖະທຳ​ມະນູນ ຫວຽດນາມ ​ແມ່ນ​ເນັ້ນ​ໜັກ​ເຖິງການ​ຮັບປະກັນ​ສິດທິ​ມະນຸ​ດ.

    ​ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ທ່ານ​ປ​ະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ປາດ​ຖະໜາ​ຢາກ​​ໃຫ້​ສະພາ​ແຫ່ງ​ຊາດ ອາ​ເມ​ລິ​ກາ ສືບ​ຕໍ່​ສະໜັບ​ສະ​ໜູນ​ສຳລັບເລື່ອງ​ຮັບປະກັນ​ປະຕິບັດ​ສົນທິສັນຍາ​ຂອງ​ ສປຊ ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍທະ​ເລ ​ແລະ ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC), ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ​ຢູ່​ພາກ​ພື້ນ, ພ້ອມ​ທັງ​​ແລກປ່ຽນ​ຈິດ​ໃຈ​ນີ້​ກັບ​ບັນດາ​ປະ​ເທດ​ອື່ນ​ໆ​ອີກ.

    ທ່ານ​ສະມາຊິກ​ສະພາ​ສູງ Cardin ​ປະກາດ​ວ່າ: ຫວ່າງແລ້ວນີ້ກຳມາ​ທິການ ການ​ຕ່າງປະ​ເທດ ສະພາ​ສູງ ອາ​ເມ​ລິ​ກາ ​ໄດ້​ຕັດສິນ, ຄັດຄ້ານ​ການ​ກະທຳ​ມີ​ລັກສະນະ​ເກາະ​ພິດຂອງ ຈີນ​, ທີ່ຕັ້ງ​ຮ້ານ​ເຈາະ​ນ້ຳມັນ ​ໄຮ​ຢາງ 981 ​ໃນ​ເຂດ​ເສ​ດຖະກິດ​ຈຳ​ເພາະ ​ແລະ​ ​​ໄຫຼ່​ທະວີບ​ຂອງ ຫວຽດນາມ. ສິ່ງ​ດັ່ງກ່າວ​ບໍ່​ພຽງ​ແຕ່​ນາບ​ຂູ່​ເຖິງ​ຄວາມ​ສະຫງົບຂອງ​ຫວຽດນາມ ​ເທົ່າ​ນັ້ນ, ຫາກ​ຍັງ​ນາບ​ຂູ່​ເຖິງ​ຄວາມ​ສະຫງົບປອດ​ໄພ, ຄວາມ​ປອດ​ໄພ​ໃນ​ການ​ເດີນ​ທະ​ເລ​ຂອງ​ທັງ​ພາກ​ພື້ນ​, ສົ່ງ​ຜົນ​ສະທ້ອນ​ເຖິງ​ບັນດາ​ຜົນ​ປະ​ໂຫຍ​ດຂອງ​ອາ​ເມ​ລິ​ກາ ອີກ​ດ້ວຍ. ທ່ານ Cardin ກໍ່​ໃຫ້​ຮູ້​ວ່າ ກຳມາ​ທິການ​ ການຕາງ​ປະ​ເທດ ສະພາ​ສູງ ອາ​​ເມ​ລິ​ກາ ​ໄດ້​ຮັບຮອງ​ເອົາ​ມະຕິ​ໜຶ່ງ ​ຄັດຄ້ານ​ບັນດາ​ການ​ກະທຳ​ພຽງ​ລຳພັງ​ຝ່າຍ​ດຽວຂອງ​ຈີນ ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ ມະຕິ​ດັ່ງກ່າວ​ຈະ​ໄດ້​ຍື່ນ​ສະ​ເໜີ​ຕໍ່​ສະພາ​ສູງ​ອາ​ເມ​ລິ​ກາ ພິຈາລະນາ ​ໃນ​ໄລຍະ​ຈະ​ມາ​ເຖິງ.


ຂ່າວ/ບົດ​ອື່ນ