ປະທານປະເທດເຈືອງເຕີນຊາງຕອນຮັບປະທານສະພາຕໍ່າຟິລິບປີນ

ປະທານປະເທດເຈືອງເຕີນຊາງຕອນຮັບປະທານສະພາຕໍ່າຟິລິບປີນ - ảnh 1
(ທ່ານປະທານປະເທດເຈືອງເຕີນຊາງ
ຕອນຮັບປະທານສະພາຕໍ່າຟິລິບປີນ)


(vovworld) – ​ເນື່ອງ​ໃນ​ໂອກາດ​ເຂົ້າຮ່ວມ​ກອງ​ປະຊຸມ APEC ຄັ້ງ​ທີ 23 ຢູ່​ນະຄອນຫຼວງ​ມາ​ນີລາ ຂອງ​ຟີ​ລິບ​ປີນ, ​ຕອນ​ເຊົ້າ​ວັນ​ທີ 17/11, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ມີ​ການ​ຕ້ອນຮັບ​ທ່ານ​ປະທານ​ສະພາ​ຕໍ່າ​ຟີ​ລິບ​ປີນ Faliciana Belmonte. ທ່ານປະທານ​ປະ​ເທດ ​ເຈືອ​ງ​ເຕີນ​ຊາງ ຖື​ວ່າ, ​ເລື່ອງ 2 ປະ​ເທດ​ລົງ​ນາ​ມ​ໃນ​ຖະ​ແຫຼ​ງການ​ຮ່ວມ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມືຍຸດ​ທະ​ສາດ​ພາຍຫຼັງ​ການ​ເຈລະຈາ​ກັບ​ທ່ານ​ປະທານ​ນາ​ທິບໍດີ​ຟິລິບ​ປີນ ​ໃນ​ຕອນ​ບ່າຍ​ວັນ​ດຽວ​ກັນ ​ໄດ້​ເປີດ​ສັງ​ກະລາດ​ໃໝ່​ໃນ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ; ສ້າງ​ກຳລັງ​ໜູນ​​ໃໝ່ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ຄວາ​ມ​ໄວ້​ເນື້ອ​ເຊື່ອ​ໃຈ, ຊຸກຍູ​້ການ​ພົວພັນ​ 2 ຝ່າຍ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ​ນຊາງ​ ຢືນຢັນ​ວ່າ, ຍາມ​ໃດ​ຫວຽດນາມ ກໍ​ສົ່ງ​ເສີມ, ໜູນ​ຊ່ວຍ​ວິ​ສາ​ຫະກິດ 2 ປະ​ເທດ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລົງທຶນ​ໃນ​ບັນດາ​ຂົງ​ເຂດ​ເຊິ່ງ 2 ຝ່າຍ​ມີ​ຄວາມ​ຕ້ອງການ ​ແລະ ມີທ່າ​ແຮງ​ຄື: ຜະລິດ​ຕະພັນ​ໃຊ້​ຊ້ອຍ, ສະບຽງອາຫານ ​ແລະ ປຸງ​ແຕ່ງສະບຽງອາຫານ, ການ​ບໍລິການ…

      ສ່ວນ​ທ່ານ​ປະທານ​ສະພາ​ຕໍ່າ​ຟີ​ລິບ​ປີນ Faliciana Belmonte ​ໃຫ້​ຮູ້​ວ່າ, ຟີ​ລິບ​ປີນ ມີ​ຄວາມ​ປະ​ທັບ​ໃຈຕໍ່ບັນດາ​ຜົນງານ​ດຶງ​ດູດ​ການ​ລົງທຶນ​​ໂດຍ​ກົງ​ຈາກ​ຕ່າງປະ​ເທດ​ຂອງ​ຫວຽດນາມ ​ແລະ ຈະ​ທາ​ບທາມ​ພຶດຕິ​ກຳ​ຕົວ​ຈິງ​ຂອງ​ຫວຽດນາມ ​ເພື່ອ​ປັບປຸງ​ກົນ​ໄກ​ນະ​​ໂຍບາຍ​ໃຫ້​ສົມບູນ​ແບບ. ຫວຽດນາມ ​ແລະ ຟີ​ລິບ​ປີນ ມີ​ຫຼາຍຈຸ​​ດທີ່ຄ້າຍຄື​ກັນ​, ພິ​ເສດ​ແມ່ນ​ດ້ານ​ພູມ​ສາດ. ນີ້​ແມ່ນ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ໃຫ​້ 2 ປະ​ເທດ ​ເພີ່ມທະວີ​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ, ​ໂດ​ຍ​ສະ​ເພາະ​​ເມື່ອ 2 ປະ​ເທ​ດສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ສະ​ສາດ.

ຂ່າວ/ບົດ​ອື່ນ