ປະທານປະເທດເຈືອງເຕີ໋ນຊາງຕ້ອນຮັບຜູ້ມີສິດເລືອກຕັ້ງເມືອງ1ແລະເມືອງ3ຢູ່ນະຄອນໂຮ່ຈີມິນ

ປະທານປະເທດເຈືອງເຕີ໋ນຊາງຕ້ອນຮັບຜູ້ມີສິດເລືອກຕັ້ງເມືອງ1ແລະເມືອງ3ຢູ່ນະຄອນໂຮ່ຈີມິນ - ảnh 1
(ທ່ານ​ປະທານ​ປະ​ເທດ​ ​ເຈືອງ​ເຕີ໋ນຊາງ ກ່າວຄຳເຫັນທີ່ການພົບປະ)

(vovworld) - ​ ​ໂດຍ​ປະຕິບັດ​ລາຍການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ກ່ອນ​ທີ່​ດຳ​ເນີນ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 11, ສະພາ​ແຫ່ງ​ຊາດ​ຊຸດ​ທີ 13, ວັນ​ທີ 03/03, ທ່ານ​ປະທານ​ປະ​ເທດ​ ຫວຽດນາມ ​ເຈືອງ​ເຕີ໋ນຊາງ ພ້ອມ​ກັບ​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຫົວ​ໜ່ວ​ຍ​ເລືອ​ກ​ຕັ້ງ​ເລກທີ 1, ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາ​ດນະຄອນ ​ໂຮ່ຈີ​ມິນ, ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ 1 ​ແລະ ​ເມືອງ 3. ທີ່​ການ​ພົບ​ປະ, ບັນດາ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຕີ​ລາຄາ​ສູງ​ຜົນສຳ​ເລັດ​ຂອງອາຍຸ​ການ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 13 ​ແລະ ຊົມ​ເຊີຍ​ການ​​ເຮັດ​ວຽກທີ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 11, ສະພາ​ແຫ່ງ​ຊາດ​ຈະ​ສະຫງວນ​ເວລາ ​ເພື່ອ​ຮັບຮອງ​ເອົາ​ຮ່າງ​ກົດໝາຍ​ຫລາຍ​ສະບັບ. ນະ​ທີ່​ນີ້ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ​ເວົ້າ​ວ່າ:

        “​ໃນ​ອາຍຸ​ການ​ຜ່ານ​ມາ, ປະຊາຊົນ​ນະຄອນ ​ໂຮ່ຈີ​ມິນ ​ເວົ້າ​ລວມ ​ແລະ ຫົວໜ່ວຍ​​ເລືອກ​ຕັ້ງ​ເລກ​ທີ 1 ​ເວົ້າ​ສະ​ເພາະ​​ໄດ້ປະຕິບັດ​ຢ່າງ​ສຸດ​ຈິດ​ສຸດ​ໃຈ ປະກອບ​ຄຳ​ເຫັນ​ຫລາຍ​ຢ່າງ. ອາຍຸ​ການ​ຜ່ານ​ມາ ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ ​ປະຕິບັດ​ໄດ້​ວຽກ​ງານ​ຫລາຍ​ຢ່າງ ​ແຕ່ກໍ່​ຍັງຫລາຍ​ວຽກບໍ່​ທັນ​ປະຕິບັດ​ໄດ້. ຂ້າພະ​ເຈົ້າ​ຫວັງ​ວ່າ: ຊຸດ​ຕໍ່​ໄປ​ຈະ​ສືບ​ທອດ​ເສີມ​ຂະຫຍາຍ​​ບັນດາ​ວຽກ​ງານ​ທີ່​ໄດ້​ເຮັດ​ເປັນ​ຢ່າງດີ, ພ້ອມ​ທັງ ປາດ​ຖະໜາ​ຢາກ​ທຸກຄົນ​ຈະ​ສືບ​ຕໍ່​ປະກອບສ່ວນ, ຊ່ວຍ​ເຫຼືອ ​ເພື່ອ​ໃຫ້​ຄະນະ​ສະມາ​ຊິກ​ສະພາ​ແຫ່ງ​ຊາດ​ຊຸດ​ຕໍ່​ໄປ​ເຮັດ​ດີ​ກ່ວາ​ອີກ”

 


ຂ່າວ/ບົດ​ອື່ນ