ປະທານປະເທດເຈືອງເຕິ໋ນຊາງພົບປະກັບປະທານາທິບໍດີອົດຕະລິດແລະຈີເລ

ປະທານປະເທດເຈືອງເຕິ໋ນຊາງພົບປະກັບປະທານາທິບໍດີອົດຕະລິດແລະຈີເລ	 - ảnh 1
ທ່ານປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ
ພົບ​ປະ​ກັບ​ປະທານາທິບໍດີ ຈີ​ເລ
(ພາບ: QĐND)

(vovworld) - ວັນ​ທີ 27/9, ທ່ານປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ ມີ​ການພົບ​ປະ​ກັບ​ປະທານາທິບໍດີ​ ອົດ​ຕະລິດ ແລະ ປະທານາທິບໍດີ ຈີ​ເລ. ທີ່​ການ​ພົບ​ປະ​ກັບ ປະທານາທິບໍດີ​ ອົດ​ຕະລິດ Heinz Discher, ການ​ນຳ​ທັງ​ສອງທ່ານ​ໄດ້​ເຫັນ​ດີ​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ, ຊຸກຍູ້​ການ​ເຈລະຈາ​ສັນຍາ​ຍົກ​ເວັ້ນວີ​ຊາ​ໃຫ້​ຜູ້​ຖື​ປັດ​ສະ​ປໍ​ການ​ທູດ​ລະຫວ່າງ​ຫວຽດນາມ ​ແລະ ອົດ​ຕະລິດ. ທ່ານປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ ສະ​ເໜີ​ອົດ​ຕະລິດ​ສົ່ງ​ເສີມ ​ແລະ ໜູນ​ຊ່ວຍ​ບັນດາ​ບໍລິສັດ​ອົດ​ຕະລິດ ​ເພີ່ມ​ທະວີ​ການ​ລົງທຶນ​ຢູ່​ຫວຽດນາມ, ທັງ​ສະ​ເໜີ​ລັດຖະບານ​ອົດ​ຕະລິດ ສືບ​ຕໍ່​ສະໜອງ​ທຶນ ODA ​ໃຫ້​ຫວຽດນາມ​ ​ເພື່ອ​ປະຕິບັດ​ບັນດາ​ຄາດໝາຍ​ພັດທະນາ​ຫຼັງ​ປີ 2015 ຂອງ​ສະຫະ​ປະຊາ​ຊາດ. ສ່ວນປະທານາທິບໍດີ​ ອົດ​ຕະລິດ Heinz Discher ກໍ່​ຢືນຢັນ​ວ່າ, ຍ​າມ​ໃດ​ອົດ​ຕະລິດ ກໍ່​ສະໜັບສະໜູນ​ຫວຽດນາມ ​ໃນ​ການ​ເພີ່ມ​ທະວີ​ການ​ພົວພັນ​ຮອບດ້ານ​ກັບ​ສະຫະພາບ​ເອີ​ລົບ (ອີ​ຢູ). ການ​ນຳ​ທັງ​ສອງ​ທ່ານ​ເຫັນ​ດີ​ຈະ​ສືບ​ຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ ​ແລະ ​ເວທີ​ປາ​ໄສ​ຫຼາຍຝ່າຍ.

        ​ໃນ​ການ​ພົບ​ປະກັບ​ປະທານາທິບໍດີ ຈີ​ເລ Bachelet, ການ​ນຳ​ທັງ​ສອງ​ທ່ານ​ເຫັນ​ດີ​ນຳ​ກັນ​ວ່າ, ສອງ​ປະ​ເທດ​ຄວນ​ສົມທົບ​ກັນ, ກະກຽມ​ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ 45 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ (25/3/1971-25/3/2016) ​ເປັນ​ຢ່າງ​ດີ, ສຸມ​ໃສ່​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ມີ​ລັກສະນະ​ປະສິດທິ​ຜົນ, ​ແທດ​ຈິງ, ກໍ່​ຄື​ສືບ​ຕໍ່​ສົມທົບ​ກັນ​ ​ແລະ ສະໜັບສະໜູນ​ກັນ​ຢູ່​ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ ​ແລະ ​ເວທີ​ປາ​ໄສ​ສາກົນ ຢ່າງ​ແໜ້ນ​ແຟ້ນ. ທ່ານປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ ສະ​ເໜີ ຈີ​ເລ ສະໜັບສະໜູນ​ຫວຽດນາມ ​ເຂົ້າ​​ເປັນ​ສະມາຊິກສະພາ​ບໍລິຫານ UNESCO ອາຍຸ​ການ 2015-2019.

ຂ່າວ/ບົດ​ອື່ນ