ປະທານປະເທດເຈືອງເຕິ໋ນຊາງພົບປະກັບຜູ້ມີສິດເລືອກຕັ້ງນະຄອນໂຮ່ຈີມິນ

ປະທານປະເທດເຈືອງເຕິ໋ນຊາງພົບປະກັບຜູ້ມີສິດເລືອກຕັ້ງນະຄອນໂຮ່ຈີມິນ - ảnh 1
(ທ່ານປະທານປະເທດເຈືອງເຕິ໋ນຊາງ
ພົບປະກັບຜູ້ມີສິດເລືອກຕັ້ງນະຄອນໂຮ່ຈີມິນ)

(vovworld) - ກ່ອນ​ຈັດ​ຕັ້ງກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 9 ສະພາ​ແຫ່ງ​ຊາດ​ຫວຽດນາມ​ ຊຸດ​ທີ 13, ຕອນ​ເຊົ້າ​ວັນ​ທີ 17/5, ທ່ານ ປະທານ​ປະ​ເທດ​ ເຈືອງ​ເຕິ໋ນຊາງ ພ້ອມ​ກັບ​ຄະນະ​ຜູ້​ແທນ​ສະພາ​ແຫ່ງ​ຊາດ​ນະຄອນ​​ໂຮ່ຈີ​ມິນ ​ໄດ້​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອ​ກຕັ້ງ​​ເມືອງ 4, ນະຄອນ​ໂຮ່ຈີ​ມິນ. ບັນດາຜູ້​ມີ​ສິດ​ເລືອ​ກຕັ້ງ​ໄດ້​ສ່ອງ​ແສງ​ເຖິງ​ບັນດາ​ສະມາຊິກສະພາ​ແຫ່ງ​ຊາດ​​ບັນຫາ​ຕ່າງໆ​ທີ່​ກໍ່​ຄວາມຂ້ອງ​ໃຈ​ໃນ​ສັງຄົມ​ເຊັ່ນ: ​ໄພ​ສໍ້​ລາດ​ບັງ​ຫຼວງ, ການວາງ​ແຜນ​ຕົວ​ເມືອງ, ສະພາບ​ພັດທະນາ​ເສດຖະກິດ​ສັງຄົມ… ພິ​ເສດ​ບັນດາ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ລ້ວນ​ແຕ່​ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດສິນ​ໃຈ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ຜືນ​ແຜ່ນດິນ, ອອກສຽງ​ຄັດຄ້ານ​ການ​ຮຸກ​ຮານ​ກົດໝາຍ​ສາກົນຢ່າງ​ຮ້າຍ​ແຮງຂອງ​ຈີນ, ​ເມື່ອ​ປ້ານ​ຄູນ​ເກາະ​ຫຼາຍ​ແຫ່ງ​ຢູ່​ໝູ່​ເກາະ​ເຈື່ອງ​ຊາ​ ທີ່​ຂຶ້ນ​ກັບ​ອະທິປະ​ໄຕ​ຂອງ​ຫວຽດນາມ.

ປະທານ​ປະ​ເທດ​ ເຈືອງ​ເຕິ໋ນຊາງ ​ໄດ້​ເນັ້ນ​ໜັກ​ອີກ​ເທື່ອ​ໜຶ່ງ​ເຖິງ​ແຜນ​ນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ຫວຽດນາມ ​ໃນ​ການ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ຜືນ​ແຜ່ນດິນ, ທະ​ເລ​ເກາະ​ທີ່​ສັກກະ​ລະ​ບູຊາ​ຂອງ​ປະ​ເທດ​ຊາດ​. ທ່ານ​ຢືນຢັນ​ວ່າ, ຫວຽດນາມ​ ເດັດ​ດຽວ​ຕໍ່ສູ້ເພື່ອປົກ​ປັກ​ຮັກສາ​ອະທິປະ​ໄຕ​ຜືນ​ແຜ່ນດິນ, ທະ​ເລ​ເກາະຂອງ​ປະ​ເທດ​​ດ້ວຍ​ສັນຕິ​ວິທີ, ອີງ​ຕາມ​ກົດໝາຍ​ສາກົນ.

ປະທານ​ປະ​ເທດ​ ເຈືອງ​ເຕິ໋ນຊາງ ຢືນຢັນ ຈະ​ສົ່ງ​ບັນດາ​ຂໍ້​ສະ​ເໜີ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເຖິງ​ສະພາ​ແຫ່ງ​ຊາດ ​ແລະ ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ເພື່ອ​ພິຈາລະນາ.

ຂ່າວ/ບົດ​ອື່ນ