ປະທານປະເທດເຈືອງເຕີ໋ນຊາງມາຮອດLaHabanaຢ້ຽມຢາມກູບາຢ່າງເປັນທາງການ

ປະທານປະເທດເຈືອງເຕີ໋ນຊາງມາຮອດLaHabanaຢ້ຽມຢາມກູບາຢ່າງເປັນທາງການ - ảnh 1
ການ​ນຳ​ກະຊວງ​ການ​ຕ່າງປະ​ເທດ ກູ​ບາຕ້ອນຮັບ
ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີ໋ນຊາງ
(ພາບ: cand.vn)

(vovworld) – ຕອນ​ເຊົ້າວັນ​ທີ 29/9, (ຕາມ​ເວລາ ຫວຽດນາມ), ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີ໋ນຊາງ ພ້ອມ​ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດນາມ ​ໄປ​ຮອດ​ສະໜາມ​ບິນ​ສາກົນ Jose Marti Hanana ນະຄອນຫລວງ La Habana, ​ເລີ່​ມຕົ້ນ​ການ​ຢ້ຽມຢາມ ສາທາລະນະ​ລັດ ກູ​ບາ ຢ່າງ​ເປັນ​ທາງ​ການ. ຕ້ອນຮັບ​ຄະນະ​ຜູ້​ແທນ​ຢູ່​ສະໜາມ​ບິນ​ມີ​ການ​ນຳ​ກະຊວງ​ການ​ຕ່າງປະ​ເທດ ກູ​ບາ; ທ່ານ​ເອກ​ອັກຄະ​ລັດຖະທູດ ກູ​ບາ ປະຈຳ ຫວຽດນາມ Herminio Lopez Diaz; ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ກູ​ບາ ​ເຢືອງມິ​ງ; ພ້ອມ​ກັບ​ບັນດາ​ນັກ​ສຶກສາ, ປະຊາ​ຄົມ​ຊາວ ຫວຽດນາມ ອາ​ໄສ​ຢູ່ ກູ​ບາ.

        ຄາດ​ຄະ​ເນ​ວ່າ ​ໃນ​ລາຍການ​ເຄື່ອນ​ໄຫວ​ເປັນ​ເວລາ 2 ວັນ​ຢູ່ ກູ​ບາ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ຈະພົບ​ປະ​ເຈລະຈາ​ກັບ​ທ່ານ​ປະທານ​ສະພາ​ແຫ່ງ​ລັດ ກູ​ບາ ​ແລະ ສະພາ​ລັດຖະມົນຕີ Raul Castro; ພົບ​ປະ​ເຈລະຈາ​ກັບ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ກູ​ບາ Esteban lazo; ວາງ​ພວງມາລາ​ຢູ່​ອະນຸສາວະລີ ປະທານ​ໂຮ່ຈີ​ມິນ; ຢ້ຽມຢາມ​ໂຮງຮຽນ​ປະຖົມ​ ຫງວຽນ​ວັນ​ໂຈ​ຍ, ​ໂຮງຮຽນ​ປະຖົມ ຫວໍ​ທິທັງ; ​ໂອ​ລົມ​ກັບ​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່ ກູ​ບາ ​ແລະ ​ເພື່ອນ​ມິດ ກູ​ບາ; ​ເຂົ້າ​ຮ່ວມ​ພິທີ​ໄຂ​ເວທີ​ປາ​ໄສ​ວິ​ສາ​ຫະກິດ ຫວຽດນາມ - ກູ​ບາ; ​ເປັນສັກຂີ​ພິຍານ​ພິທີ​ລົງ​ນາມ “ບົດ​ບັນທຶກຂໍ້​ຕົກລົງ​ການ​ຮ່ວມ​ມື​ກ່ຽວ​ກັບ​ໂຄງການ​ລົງທຶນ​ກໍ່ສ້າງກຸ່ມ​ໂຮງ​ແຮມ 5 ດາວ​ຢູ່​ກູ​ບາ”, ຢ້ຽມຢາມ​ໂຄງການ​ຜະລິດ​ເຂົ້າສານ Calimete.


ຂ່າວ/ບົດ​ອື່ນ