ປະທານປະເທດເຈືອງເຕີນຊາງເຂົ້າຮ່ວມພິທີສະເຫຼີມສະຫຼອງ 60 ປີແຫ່ງ ກອງປະຊຸມ Bangdung
ພິທີສະເຫຼີມສະຫຼອງ 60 ປີແຫ່ງກອງປະຊຸມ Bangdung
(ພາບ: tgvn.com.vn)
(vovworld) – ຕອນບ່າຍວັນທີ 24/04, ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ເດີນທາງກັບເມືອປະເທດ, ສິ້ນສຸດການຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມຂັ້ນສູງອາຊີ - ອາຟະລິກາ 2015, ພິທີສະເຫຼີມສະຫຼອງ 60 ປີແຫ່ງກອງປະຊຸມ Bangdung, 10 ປີແຫ່ງການພົວພັນຄູ່ຮ່ວມມືຍຸດທະສາດໃໝ່ອາຊີ - ອາຟະລິກາ.
ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 24/04, ໃນຂອບເຂດພິທີສະເຫຼີມສະຫຼອງ 60 ປີແຫ່ງກອງປະຊຸມ Bangdung, ເຊິ່ງໄດ້ຈັດຂຶ້ນຢູ່ນະຄອນ Bangdung, ປະເທດອິນໂດເນເຊຍ, ທ່ານປະທານປະເທດ ເຈືອງເຕີນຊາງ ພ້ອມກັນການນຳບັນດາປະເທດເຂົ້າຮ່ວມພິທີເດີນຂະບວນປະຫວັດສາດເຖິງຫໍເອກະພາບ (Gedung Merdeka), ຜ່ານນັ້ນວາດພາບ “ການຍ່າງ Bangdung” ໃນ 60 ປີກ່ອນຄືນໃໝ່. ກ່ອນໜ້ານັ້ນ, ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານປະທານາທິບໍດີອິນໂດເນເຊຍ Joko Widodo ໄດ້ຊີ້ແຈ້ງບັນດາຄຸນຄ່າຂອງຈິດໃຈກອງປະຊຸມ Bangdung 1995, ເນັ້ນໜັກເຖິງ 10 ຫຼັກການ Bangdung ທີ່ຍັງຮັກສາໄດ້ຄຸນຄ່າເດີມໃນໂລກປະຈຸບັນ ແລະ ຍິ່ງກວ່າເວລາໃດໝົດ, ບັນດາຫຼັກການດັ່ງກ່າວຕ້ອງໄດ້ຮັບຄວາມເຄົາລົບ, ປະຊາຄົມອາຊີ - ອາຟະລິກາ ຕ້ອງສາມັກຄີ ແລະ ຮ່ວມມືເພື່ອສັນຕິພາບ, ວັດທະນາຖາວອນ ແລະ ເພື່ອໃຫ້ໂລກມີຄວາມຍຸຕິທຳກວ່າ.
ເນື່ອງໃນໂອກາດເຂົ້າຮ່ວມພິທີສະເຫຼີມສະຫຼອງ 60 ປີແຫ່ງກອງປະຊຸມອາຊີ - ອາຟະລິກາ, ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ມີການພົບປະກັບທ່ານນາງອະດີດປະທານາທິບໍດີອິນໂດເນເຊຍ Megawati Sukarnoputri. ແລະກໍ່ໃນໂອກາດນີ້, ທ່ານປະທານປະເທດ ໄດ້ມີການພົບປະກັບທ່ານປະທານາທິບໍດີມຽນມາ Thein Sein. ທ່ານປະທານປະເທດ ເຈືອງເຕີນຊາງ ຢືນຢັນວ່າ, ຫວຽດນາມ ຖືເປັນສຳຄັນການປັບປຸງ ແລະ ເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມືຢ່າງແໜ້ນແຟ້ນກັບມຽນມາ. ການນຳ 2 ທ່ານໄດ້ເຫັນດີເປັນເອກະພາບນຳກັນຊຸກຍູ້ບັນດາກົນໄກຮ່ວມມື 2 ຝ່າຍ, ໃນນັ້ນມີເລື່ອງຈັດຕັ້ງກອງປະຊຸມທາບທາມຄວາມເຫັນດ້ານການເມືອງຄັ້ງທີ 7 ແລະ ກອງປະຊຸມຄັ້ງທີ 8 ຄະນະກຳມະການປະສົມກ່ຽວກັບການຮ່ວມມື 2 ຝ່າຍໃນປີ 2015 ໂດຍໄວ. ການນຳ 2 ທ່ານກໍ່ເຫັນດີກ່ຽວກັບເລື່ອງ 2 ປະເທດສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນທີ່ເວທີປາໄສພາກພື້ນ ແລະ ສາກົນ.