ຕອນຄ່ຳວັນທີ 23/12, ປະທານວຸດທິສະພາໄທ ທີຣາເດັດ ມີພຽນ ໄດ້ເດີນທາງອອກຈາກ ຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມຫວຽດນາມຢ່າງຈົບງາມ. ໃນໄລຍະຢູ່ຢ້ຽມຢາມຫວຽດນາມ, ທ່ານປະທານວຸດທິສະພາໄທ ທີຣາເດັດ ມີພຽນ ແລະ ບັນດາສະມາຊິກໃນຄະນະ ໄດ້ຮັບການຕ້ອນຮັບຈາກທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮູ່ງ ແລະ ຄະນະຜູ້ແທນຂັ້ນສູງ ສະພາແຫ່ງຊາດຫວຽດນາມ. ຄະນະກໍ່ໄດ້ເຂົ້າຢ້ຽມຂ່ຳນັບທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ, ພົບປະກັບທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟູກ ແລະ ມີການເຈລະຈາກັບຄະນະຜູ້ແທນ ສະພາແຫ່ງຊາດຫວຽດນາມ.
ໃນການພົບປະຕ່າງໆ, 2 ຝ່າຍໄດ້ແລກປ່ຽນກ່ຽວກັບບັນດາການເຄື່ອນໄຫວດ້ານ ການເມືອງ, ການທູດ, ເສດຖະກິດ ບ ສັງຄົມ ກໍ່ຄືວຽກງານນິຕິບັນຍັດຂອງແຕ່ລະປະເທດ, ເປັນເອກະພາບກັນຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອເພີ່ມທະວີນ້ຳໃຈສາມັກຄີ, ຮ່ວມມື ແລະ ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງ 2 ປະເທດ, ເພິ່ມທະວີຄວາມຜູກພັນກັນລະຫວ່າງ 2 ສະພາແຫ່ງຊາດ, 2 ລັດໃນບັນດາເວທີປາໄສ 2 ຝ່າຍ, ພາກພື້ນ ແລະ ສາກົນ. 2 ຝ່າຍເຫັນດີເປັນເອກະສັນຈະສືບຕໍ່ເປີດກ້ວາງການເຄື່ອນໄຫວແລກປ່ຽນຄະນະຜູ້ແທນຂັ້ນ ຕ່າງໆ, ເພີ່ມທະວີການພົບປະແລກປ່ຽນ, ຮ່ວມມືລະຫວ່າງບັນດາກຸ່ມ ສສຊ ມິດຕະພາບແລະ ແລກປ່ຍນບົດຮຽນລະຫວ່າງອົງການນິຕິບັນຍັດ ແລະ ປຊຊ 2 ປະເທດ, ນຳສາຍພົວພັນມິດຕະພາບອັນເປັນມູນເຊື້ອລະຫວ່າງ ຫວຽດນາມ -ໄທ ນັບມື້ນັບກ້າວເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນກ່ວາ.