ປະທານສູນກາງແນວໂຮມປະເທດຊາດຫວຽດນາມຢ້ຽມຢາມ, ມອບຂອງຂັວນບຸນເຕັດຢູ່ອານຢາງ

(VOVWORLD) - ວັນທີ 5 ກຸມພາ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເຈິ່ນແທງເມິນ ໄດ້ລົງຢ້ຽມຢາມ, ອວຍພອນປີໃໝ່ ແລະ ມອບຂອງຂັວນບຸນເຕັດໃຫ້ພະນັກງານ, ນັກຮົບປ້ອງປ້ອງກັນຊາຍແດນ ເຍິນຮຶງ, ທະຫານປ້ອງກັນຊາຍແດນແຂວງ ອານຢາງ.

ປະທານສູນກາງແນວໂຮມປະເທດຊາດຫວຽດນາມຢ້ຽມຢາມ, ມອບຂອງຂັວນບຸນເຕັດຢູ່ອານຢາງ - ảnh 1 ປະທານສູນກາງແນວໂຮມປະເທດຊາດຫວຽດນາມມອບຂອງຂັວນບຸນເຕັດຢູ່ອານຢາງ

(ພາບ: nhandan.com.vn)

ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເຈິ່ນແທງເມິນ ປາຖະໜາວ່າ, ໄລຍະຈະມາເຖິງ, ຄະນະພັກ, ອຳນາດການປົກຄອງທ້ອງຖີ່ນທຸກຂັ້ນ ສືບຕໍ່ເອົາໃຈໃສ່ເຖິງບັນດາຄອບຄົວນະໂຍບາຍ, ຄອບຄົວທຸກຍາກ, ຄອບຄົວຊາວຊົນເຜົ່າສ່ວນໜ້ອຍໃນບໍລິເວນທ້ອງຖີ່ນ, ຊ່ວຍໃຫ້ພໍ່ແມ່ປະຊາຊົນມີຄວາມໝັ້ນທ່ຽງດ້ານເສດຖະກິດ, ບືນຕົວຂຶ້ນ, ຫຼຸດພົ້ນອອກຈາກຄວາມທຸກຍາກ, ກາຍເປັນຄອບຄົວມີລະດັບຄອງຊີບປານກາງ ແລະ ດີສົມຄວນ.

        ກ່ອນໜ້ານັ້ນ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເຈິ່ນແທງເມິນ ໄດ້ຢ້ຽມຢາມເຂດອະນຸສອນສະຖານປະທານ ໂຕນດຶກທັ໋ງ ຢູ່ນະຄອນ ລອງຊວຽນ, ຖະຫວານທູບທຽນອາໄລຫາປະທານ ໂຕນດຶກທັ໋ງ. ຄະນະກໍ່ໄດ້ຖະຫວາຍທູບທຽນ, ອາໄລຫາບັນດານັກຮົບວິລະຊົນຢູ່ເຂດສຸສານນັກຮົບທີ່ເສຍສະຫຼະຊີວິດ ຢົກບ່າດັກ, ຕາແສງ ເທີ໋ຍເຊີນ, ເມືອງຕິ້ງບຽນ.

ຕອບກັບ

ຂ່າວ/ບົດ​ອື່ນ