ປະທານສະພາແຫ່ງຊາດ Nguyen Sinh Hung ຕ້ອນຮັບເອກອັກຄະລັດຖະທູດ ໄທ ແລະ ອີນໂດເນເຊຍ

ປະທານສະພາແຫ່ງຊາດ Nguyen Sinh Hung ຕ້ອນຮັບເອກອັກຄະລັດຖະທູດ ໄທ ແລະ ອີນໂດເນເຊຍ - ảnh 1
ປະທານ​ສະພາ​ແຫ່ງ​ຊາດ​ Nguyen Sinh Hung ​ຕ້ອນຮັບ​
ທ່ານ​ເອກ​ອັກຄະ​ລັດຖະທູດ​ໄທ
( ພາບ: daibieunhandan.vn )

( vovworld ) -   ຕອນ​ບ່າຍ​ວັນ​ທີ 4/6, ຢູ່​ສຳນັກງານ​ສະພາ​ແຫ່ງ​ຊາດ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ Nguyen Sinh Hung ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ເອກ​ອັກຄະ​ລັດຖະທູດ​ໄທ ອານຸສົນ ຈີນ​ວັນ​ໂນ ​ເຂົ້າ​ຢ້ຽມ​ຄຳນັບ​ເນື່ອງ​ໃນ​ໂອກາດ​ທ່ານ​ມາ​ຮັບ​ໜ້າ​ທີ່ການ​ທູດ​ຢູ່​ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ Nguyen Sinh Hung ​ໄດ້​ຢືນຢັນ​ວ່າ ຫວຽດນາມ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາ​ດຂອງ​ຕົນ​ເພື່ອ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສະພາ​ແຫ່ງ​ຊາດ ​ແລະ ປະຊາຊົນ​ສອງ​ປະ​ເທດ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ກໍປາດ​ຖະໜາ​ວ່າ ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ, ສະພາ​ແຫ່ງ​ຊາດ​ສອງ​ປະ​ເທດ​ຈະ​ເພີ່ມ​ທະວີ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື, ​ແລກປ່ຽນ​ບົດຮຽນກ່ຽວ​ກັບ​ວຽກ​ງານ​ນິຕິບັນຍັດ, ​ແລກປ່ຽນ​ຄະນະຜູ້​ແທນ ​ແລະ ​ແລກປ່ຽນ​​ບັນດາ​ກຸ່ມ​ສະມາຊິກ​ສະພາ​ມິດຕະພາບ​ຍິ່ງ​ກວ່າ​ອີກ; ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ແລະ ມີ​ປະສິດທິ​ຜົນ​ຢູ່​ບັນດາ​ເວທີ​ປາ​ໄສ​ລະຫວ່າງລັດຖະ​ສະພາ​ສາກົນ ​ແລະ ພາກ​ພື້ນ.


ປະທານສະພາແຫ່ງຊາດ Nguyen Sinh Hung ຕ້ອນຮັບເອກອັກຄະລັດຖະທູດ ໄທ ແລະ ອີນໂດເນເຊຍ - ảnh 2
ທ່ານ​ປະທານ​ສະພາ​ແຫ່ງ​ຊາດ Nguyen Sinh Hung
ຕ້ອນຮັບ​ທ່ານ​ເອກ​ອັກຄະ​ລັດຖະທູດ​ອີນ​ໂດ​ເນ​​ເຊຍ
( ພາບ: daibieunhandan.vn )


​ ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ​ໃນ​ການ​ຕ້ອນຮັບ​ທ່ານ​ເອກ​ອັກຄະ​ລັດຖະທູດ​ອີນ​ໂດ​ເນ​​ເຊຍ ປະຈຳ​ຫວຽດນາມ Mayerfas, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ Nguyen Sinh Hung ​ໄດ້​ຢືນຢັນ​ວ່າ ຢາມ​ໃດ​ຫວຽດນາມ ກໍ​ຖື​​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ກັບ​ອີນ​ໂດ​ເນ​ເຊຍ ເປັນ​ສຳຄັນ. ບັນດາ​ຜົນງານ​ທີ່​ບັນລຸ​ໄດ້​ໃນ​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ ບໍ່​ພຽງ​ແຕ່​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດຢ່າງ​ແທດ​ຈິງ​ໃຫ້​ແກ່​ສອງ​ຊາດ​ເທົ່າ​ນັ້ນ, ຫາກ​ຍັງ​ປະກອບສ່ວນ​ໃຫ້​ແກ່​ສັນ​ຕະພາບ, ສະຖຽນ​ລະ​ພາບ ​ແລະ ການພັດທະນາ​ໃນ​ພາກ​ພື້ນ​ອີກ​ດ້ວຍ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ Nguyen Sinh Hung ກໍ​ສະ​ເໜີ​ວ່າ ​ໄປຄຽງ​ຄູ່​ກັບການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ, ສອງ​ປະ​ເທດ​ຄວນ​ຊຸກຍູ້​ການ​ຮ່ວມ​ມື​​ໃນການ​ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມສະຫງົບ, ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ກວ່າ​ອີກ ບົນ​ພື້ນຖານ​ມິດຕະພາບ ​ແລະ ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈກັນ.

ຂ່າວ/ບົດ​ອື່ນ