ປະທານສະພາແຫ່ງຊາດ ສີລັງກາ ຢ້ຽມຢາມ ອ່າວ ຮ້າລອງ

ປະທານສະພາແຫ່ງຊາດ ສີລັງກາ ຢ້ຽມຢາມ ອ່າວ ຮ້າລອງ - ảnh 1
ຄະນະຜູ້ແທນສະພາແຫ່ງຊາດ ສີລັງກາ ເຮັດວຽກກັບການນຳແຊວງກວາງນິງ
(ພາບ: baoquangninh.com.vn)

(vovworld) – ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ຫວຽດນາມ ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ຊິງ​ຮູ່ງ, ວັນ​ທີ 16/7, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ແຫ່ງ​ຊາດ ສີ​ລັງກາ ​ໂດຍ​ທ່ານ Chamal Rajapaksa, ປະທານ​ສະພາ​ແຫ່ງ​ຊາດ ນຳ​ໜ້າ​ໄດ້​ມີ​​​ໄປ​ຮອດ​ແຂວງ ກວາງ​ນິງ, ຢ້ຽມຢາມ ມໍລະດົກ - ທິວ​ທັດ​ທຳ​ມະ​ຊາດ​ມະຫັດສະຈັນໂລກ ອ່າວ​ຮ້າ​ລອງ ​ແລະ ​ເຮັດ​ວຽກ​ກັບ​ແຂ​ວງ ກວາງ​ນິງ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ສີ​ລັງກາ Chamal Rajapaksa ຕີ​ລາຄາ​ວ່າແຂວງ ກວາງ​ນິງ ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຫຼາຍ​ຢ່າງ​ເພື່ອ​ພັດທະນາ​ການທ່ອງທ່ຽວ. ທ່ານ ຫວັງ​ວ່າ ສີ​ລັງກາ ​ແລະ ຫວຽດນາມ ຈະ​ຊຸກຍູ້​ສາຍ​ພົວພັນ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ​ຢ່າງ​ບໍ່​ຢຸດ​ຢັ້ງ, ພິ​ເສດ​ແມ່ນ​ເລື່ອງ​​ແລກປ່ຽນ​ບົດຮຽນ​ໃນຂົງ​ເຂດ​ທ່ອງ​ທ່ຽວ ​ແລະ ກະສິກຳ.

ຂ່າວ/ບົດ​ອື່ນ