ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ ແລະ ຜູ້ອຳນວຍການບໍລິຫານ
ອົງການເຄື່ອນໄຫວພົວພັນຕ່າງປະເທດສະຫະພາບເອີລົບ EU DaVid Ơ Sullivan
Vovworld- ຕອນບາຍວັນທີ 29 ກຸມພາ, ຢູ່ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ ໄດ້ໃຫ້ການຕ້ອນຮັບຜູ້ອຳນວຍການບໍລິຫານອົງການເຄື່ອນໄຫວພົວພັນຕ່າງປະເທດສະຫະພາບເອີລົບ EU ທ່ານ DaVid Ơ Sullivan . ທ່ານປະທານສະພາແຫ່ງຊາດຫງວຽນຊິງຮຸ່ງ ສະແດງຄວາມເຊື່ອໝັ້ນວ່າ: ການຢ້ຽມຢາມຫວຽດນາມຂອງທ່ານ DaVid Ơ Sullivan ຄັ້ງນີ້ ຈະເປັນການປະກອບສ່ວນເພີ່ມທະວີການພັດທະນາການພົວພັນລະຫວ່າງຫວຽດນາມ - ສະຫະພາບເອີລົບ ແລະ ຢືນຢັນວ່າ ສະພາແຫ່ງຊາດຫວຽດນາມຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອນຳການພົວພັນ ລະຫວ່າງຫວຽດນາມ - ສະຫະພາບເອີລົບຂຶ້ນສູ່ລະດັບສຸງໃໝ່, ສົມກັບຄວາມສາມາດບົ່ມຊ້ອນຂອງແຕ່ລະຝ່າຍ.
ທ່ານ DaVid Ơ Sullivan ຖືວ່າ ປີ 2012 ແມ່ນຈຸດເວລາທີ່ສຳຄັນເພື່ອໃຫ້ ຫວຽດນາມ ແລະ ສະຫະພາບເອີລົບສິ້ນສຸດການເຈລະຈາ, ລົງນາມໃນສັນຍາຄູ່ຮ່ວມມື ແລະ ຮ່ວມມືຮອບດ້ານ ( PCA) ແລະດຳເນີນການເຈລະຈາສັນຍາການຄ້າເສລີ( FTA) ແນໃສ່ຍົກສູງປະສິດທິຜົນການຮ່ວມມືລະຫວ່າງ 2 ຝ່າຍໃນອະນາຄົດ. ທ່ານ DaVid Ơ Sullivan ຢືນຢັນວ່າ : ຫວຽດນາມແມ່ນຄູ່ຮ່ວມມືທີ່ດີທີ່ສຸດໃນພາກພື້ນ ອາຊີອາຊີຟິກ, ແມ່ນປະເທດທີ່ສຳຄັນ ຂອງສະຫະພາບເອີລົບໃນກຸ່ມອາຊຽນ.