ປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ຕ້ອນຮັບ ສະມາຊິກສະພາສູງອາເມລິກາ

ປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ຕ້ອນຮັບ ສະມາຊິກສະພາສູງອາເມລິກາ - ảnh 1
(ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ ຫງວຽນ​ຊິງ​ຮຸ່ງ
ທ່ານສະມາຊິກ​ສະພາ​ສູງ​ອາ​ເມ​ລິ​ກາ John McCain)


(vovworld) –  ​ຕອນ​ເຊົ້າ​ວັນ​ທີ 08/08, ຢູ່​ສຳນັກງານ​ສະພາ​ແຫ່ງ​ຊາດ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ​ໄດ້​​ໃຫ້ການ​ຕ້ອນຮັບ​ທ່ານສະມາຊິກ​ສະພາ​ສູງ​ອາ​ເມ​ລິ​ກາ John McCain, ສະມາຊິກ​ກຳມາ​ທິການ​ວຽກ​ງານ​ການ​ທະ​ຫານ ​ແລະ ກຳມາ​ທິການ​ການ​ຕ່າງປະ​ເທດສະພາ​ສູງ​ອາ​ເມ​ລິ​ກາ ​ແລະ ທ່ານສະມາຊິກສະພາ​ສູງ Sheldon Whitehouse ພ້ອມ​ກັບ​ທີ່​ປຶກສາ, ຜູ້​ຊ່ວຍ​ວຽກ ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ.

        ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ຕີ​ລາຄາ​ສູງ​ບັນດາ​ການ​ປະກອບສ່ວນ​ຂອງ​ທ່ານ John McCain ​ເຂົ້າ​ໃນ​ການ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ລະຫວ່າງ​ຫວຽດນາມ - ອາ​ເມ​ລິ​ກາ, ພ້ອມ​ທັງ​ເຊື່ອ​ໝັ້ນ​ວ່າ ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ຈະ​ມີ​ບັນດາ​ບາດກ້າວ​ພັດທະນາ​ທີ່​ໝັ້ນ​ຄົງ​ໜັກ​ແໜ້ນ. ທ່ານສະມາຊິກ​ສະພາ​ສູງ​ John McCain ຖື​ວ່າ ສະພາບ​ການ​ຢູ່​ໃນ​ໂລກ​ພວມ​ມີ​ການ​​ຜັນ​ແປຢ່າງສັບສົນ, ຫວຽດນາມ ​ແລະ ອາ​ເມ​ລິ​ກາ ຕ້ອງ​ເພີ່ມ​ທະວີ​ຄວາມ​ມານະ​ພະຍາຍາມ​ໃນ​ການ​ຮ່ວມ​ມື, ​ໂດຍ​ສະ​ເພາະ​ແມ່ນ​ດ້ານ​ເສດຖະກິດ, ປ້ອງ​ກັນຊາ​ດ, ປ​້ອງກັນ​ຄວາມ​ສະຫງົບ. ທ່ານ John McCain ກໍ່​ເນັ້ນ​ໜັກ​ເຖິງ​ບັນດາ​ສັນຍາ​ການ​ຄ້າ, ​ໂດຍ​ສະ​ເພາະ​ແມ່ນ​ສັນຍາ​ຄູ່​ຮ່ວມ​ມື​ເສດຖະກິດ​ຂ້າມ​ປາຊີ​ຟິກ (TPP) ​ແມ່ນ​ມີ​ຄວາມ​ສຳຄັນ​ຍິ່ງ ​ເຊິ່ງ​ 2 ປະ​ເທດ​ຄວນ​ຊຸກຍູ້ ​ແລະ ລົງ​ນາມ. ກ່ຽວ​ກັບ​ຄຳ​ເຫັນ​ຂອງທ່ານ John McCain ​ແລະ ບັນດາ​ສະມາຊິກກ່ຽວ​ກັບສະພາ​ບການ​​ໃນ​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ ​ແລະ ທະ​ເລ​ຕາ​ເວັນ​ອອກ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ ຫງວຽນ​ຊິງ​ຮຸ່ງ ຖື​ວ່າ ບັນດາ​ປະ​ເທດ​ຕ້ອງ​ເຄົາລົບ​ກົດໝາຍ​ສາກົນ ​ແລະ ຢືນຢັນ​ວ່າຍາມ​ໃດ​ຫວຽດນາມ ກໍ່​ຫວັງ​ມີ​​ສະຖຽນ​ລະ​ພາບ, ສ້າງ​ການ​ພົວພັນ​ຄູ່​ຮ່ວມ​ມື​ກັບບັນດາ​ປະ​ເທດ​ໃນ​ໂລກ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ໃນ​ທົ່ວ​ໂລກ.

ຂ່າວ/ບົດ​ອື່ນ