( vovworld ) –ໂດຍໄດ້ຮັບຄຳເຊີນຂອງທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ, ຄະນະຜູ້ແທນສະພາສູງສາທາລະນະລັດຈີເລ ໂດຍທ່ານ Guido Girardin Lavin ປະທານສະພາສູງນຳໜ້າໄດ້ເດີນທາງມາຮອດຮ່າໂນ້ຍ, ເລີ່ມຕົ້ນ ການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ. ພາຍຫຼັງພິທີຕ້ອນຮັບປະທານສະພາສູງຈີເລ ແລະ ຄະນະຢ່າງເປັນທາງການ ຊື່ງຖືກຈັດຂຶ້ນເມື່ອຕອນເຊົ້າວັນທີ 28/2 ຢູ່ຮ່າໂນ້ຍ, ສອງຝ່າຍໄດ້ດຳເນີນການພົບປະເຈລະຈາ. ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ ເຊື່ອໝັ້ນວ່າ ການຢ້ຽມຢາມຂອງຄະນະຈະປະກອບສ່ວນສຳຄັນເຂົ້າໃນການເພີ່ມທະວີ ແລະ ນຳສາຍພົວພັນມິດຕະພາບອັນເປັນມູນເຊື້ອລະຫວ່າງສອງຊາດຂຶ້ນສູ່ລະດັບສູງໃໝ່; ພ້ອມທັງຊຸກຍູ້ການຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ ແລະ ສະພາແຫ່ງຊາດຈີເລກ່ວາອີກ. ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ ເວົ້າວ່າ:
“ທ່ານປະທານສະພາສູງ Lavin ແລະ ຄະນະປະຕິບັດງານໄດ້ເດີນທາງໃນໄລຍະທາງອັນຍາວໄກເພື່ອມາຫວຽດນາມ, ນຳມາເຊີ່ງອາລົມຈິດຄວາມຮັກແພງອັນອົບອູ່ນ ທີ່ເຕັ່ມໄປດ້ວຍນ້ຳໃຈມິດຕະພາບລະຫວ່າງຫວຽດນາມ ແລະ ຈີເລ ມາໃຫ້ພວກເຮົາ. ຕາງໜ້າໃຫ້ສະພາແຫ່ງຊາດ ແລະ ປະຊາຊົນຫວຽດນາມ, ຂ້າພະເຈົ້າຍີນດີຕ້ອນຮັບ ແລະ ອວຍພອນໃຫ້ການຢ້ຽມຢາມຂອງທ່ານປະທານ, ພັນລະຍາ ແລະ ຄະນະປະຕິບັດງານ ປະສົບຜົນສຳເລັດຢ່າງຈົບງາມ. ຂ້າພະເຈົ້າເຊື່ອໝັ້ນວ່າ, ນີ້ແມ່ນການຢ້ຽມຢາມສຳຄັນ ແລະ ມີຄວາມປະທັບໃຈອັນດີງາມຫຼາຍຢ່າງ“
ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ ແລະ ທ່ານປະທານສະພາສູງຈີເລ Guido Girardin Lavin ໄດ້ເຫັນດີເປັນເອກະສັນຈະສືບຕໍ່ສົມທົບກັນແລກປ່ຽນບັນດາບັນຫາສາກົນ, ໂດຍສະເພາະແມ່ນຢູ່ບັນດາເວທີປາໄສລະຫວ່າງລັດຖະສະພາຄື: APEC, EU ແລະເວທີປາໄສລະຫວ່າງລັດຖະສະພາໂລກ, ພ້ອມທັງຍູ້ແຮງການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ການສຶກສາ….
ໃນຕອນບ່າຍຂອງວັນທີ 28/2 ດຽວກັນນີ້, ຢູ່ສຳນັກງານປະທານປະເທດ, ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ ໄດ້ໃຫ້ການຕ້ອນຮັບທ່ານປະທານສະພາສູງຈີເລ Guido Girardin Lavin. ນະທີ່ນີ້, ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ ຢັ້ງຢືນວ່າ: ສາຍພົວພັນມິດຕະພາບລະຫວ່າງສອງປະເທດຫວຽດນາມ ແລະ ຈີເລ ສືບຕໍ່ໄດ້ຮັບການຮັກສາ ແລະ ພັດທະນາຜ່ານການຢ້ຽມຢາມຄັ້ງຕ່າງໆຂອງຄະນະຜູ້ແທນຂັ້ນສູງສອງປະເທດໃນໄລຍະມໍ່ໆມານີ້. ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ ເນັ້ນໜັກວ່າ ເມື່ອສັນຍາການຄ້າເສລີສອງຝ່າຍ ໄດ້ຮັບການໃຫ້ສັດຕະຍາບັນ ແລະ ມີຜົນບັງຄັບໃຊ້, ການພົວພັນດ້ານການຄ້າລະຫວ່າງສອງປະເທດຈະມີບາດກ້າວພັດທະນາໃໝ່. ສ່ວນທ່ານປະທານສະພາສູງຈີເລ Guido Girardin Lavin ກໍຢືນຢັນວ່າ ສະພາແຫ່ງຊາດ ຈີເລ ຈະເຊັນອະນຸມັດສັນຍາການຄ້າເສລີສອງຝ່າຍ ຊື່ງສອງປະເທດໄດ້ເຊັນກັນແລ້ວໂດຍໄວ ເພື່ອເປັນພື້ນຖານສຳຄັນຊຸກຍູ້ການພົວພັນດ້ານການຄ້າລະຫວ່າງສອງປະເທດ. ທ່ານປະທານສະພາສູງຈີເລ Guido Girardin Lavin ສະແດງຄວາມປາດຖະໜາວ່າ ຈະໄດ້ຕ້ອນຮັບທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ ແລະ ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ ໄປຢ້ຽມຢາມ ຈີເລ ໃນໄລຍະທີ່ຈະມາເຖິງ ເພື່ອແນໃສ່ນຳສາຍພົວພັນສອງປະເທດຂຶ້ນສູ່ລະດັບສູງໃໝ່.