ປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ຕ້ອນຮັບເອກອັກຄະລັດຖະທູດ ສ.ລິດວາ
ປະທານ ຫງວຽຊິງຮຸ່ງ
(ພາບ:vnexpress.net)
( vovworld ) –ຕອນບ່າຍວັນທີ 22/2, ໃນການຕ້ອນຮັບທ່ານນາງ Lina Antanaviciene ເອກອັກຄະລັດຖະທູດ ສ.ລິດວາ ປະຈຳຫວຽດນາມ, ປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ ຢືນຢັນວ່າ ສະພາແຫ່ງຊາດຫວຽດນາມ ປາດຖະໜາ ແລະ ພ້ອມແລ້ວທີ່ຈະສ້າງການພົວພັນຮ່ວມມືກັບສະພາແຫ່ງຊາດລິດວາ ເພື່ອແນໃສ່ແລກປ່ຽນ ຮ່ຳຮຽນເອົາບົດຮຽນຊື່ງກັນ ແລະ ກັນ, ພິເສດໃນຂົງເຂດນິຕິບັນຍັດ ແລະ ຕິດຕາມກວດກາ. ປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ ຖືວ່າ ໃນໄລຍະທີ່ຜ່ານມາ, ການພົວພັນຮ່ວມມືດ້ານການຄ້າສອງຝ່າຍລະຫວ່າງສອງປະເທດ ບໍ່ທັນສົມກັບຄວາມສາມາດບົ່ມຊ້ອນຂອງແຕ່ລະຝ່າຍເທື່ອ. ຫວຽດນາມ ແລະ ລິດວາ ຄວນສ້າງກົນໄກລະຫວ່າງລັດຖະບານກ່ຽວກັບການຮ່ວມມືດ້ານເສດຖະກິດ-ການຄ້າ ເພື່ອແນໃສ່ຊຸກຍູ້ການຮ່ວມມືສອງຝ່າຍໃນຂົງເຂດນີ້ກ່ວາອີກ. ສ່ວນທ່ານນາງເອກອັກຄະລັດຖະທູດ Lina Antanaviciene ສະເໜີໃຫ້ສອງປະເທດ ຄວນສ້າງແຜນການຮ່ວມມືລວມ ເພື່ອແນໃສ່ຊຸກຍູ້ການພັດທະນາເສດຖະກິດ ເພື່ອຜົນປະໂຫຍດຂອງສອງຝ່າຍ ແລະ ປາດຖະໜາວ່າ ບັນດາອົງການມີໜ້າທີ່ຮັບຜິດຊອບຫວຽດນາມ ຈະສະໜັບສະໜູນ, ສ້າງເງື່ອນໄຂອຳນວຍຄວາມສະດວກ ໃຫ້ບັນດາການເຄື່ອນໄຫວຂອງທ່ານນາງ ໃນຄວາມມານະພະຍາຍາມ ເພີ່ມທະວີການພົວພັນລະຫວ່າງສອງປະເທດໃນທຸກຂົງເຂດ ດ້ວຍຈຸດໝາຍ ເພີ່ມພູນຄູນສ້າງນ້ຳໃຈມິດຕະພາບລະຫວ່າງປະຊາຊົນສອງປະເທດຢ່າງບໍ່ຢຸດຢັ້ງ.