ປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຕ້ອນຮັບຫົວໜ້າອົງການໄອຍະການປະຊາຊົນສູງສຸດ ກູບາ

(VOVWORLD) - ຕອນບ່າຍວັນທີ 31 ພຶດສະພາ, ທີ່ສຳນັກງານສະພາແຫ່ງຊາດ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ໃຫ້ການຕ້ອນຮັບທ່ານນາງ Yamila Pena Ojeda ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ກູບາ. 
ປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຕ້ອນຮັບຫົວໜ້າອົງການໄອຍະການປະຊາຊົນສູງສຸດ ກູບາ - ảnh 1ທີ່ການຕ້ອນຮັບ (ພາບ: daibieunhandan.vn) 

ທີ່ການຕ້ອນຮັບ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ຕີລາຄາສູງການພົວພັນຮ່ວມມືລະຫວ່າງອົງການໄອຍະການປະຊາຊົນສູງສຸດ ຫວຽດນາມ ແລະ ອົງການໄອຍະການປະຊາຊົນສູງສຸດ ກູບາ; ທ່ານນາງຢືນຢັນວ່າ ສະພາແຫ່ງຊາດ ຫວຽດນາມ ສະໜັບສະໜູນ 2 ອົງການໄຍະການຮ່ວມມືນຳກັນ, ເປັນຕົ້ນແມ່ນໃນເງື່ອນໄຂ ກູບາ ຫາກໍ່ມີລັດຖະທຳມະນູນໃໝ່ ເລື່ອງເພີ່ມທະວີການຮ່ວມມື, ແລກປ່ຽນກ່ຽວກັບບົດຮຽນການເຄື່ອນໄຫວ, ບົດບາດຂອງອົງການໄອຍະການໃນການປະຕິບັດລັດຖະທຳມະນູນ, ປົກປ້ອງລັດຖະທຳມະນູນແມ່ນແທດຈິງທີ່ສຸດ.

        ສ່ວນທ່ານນາງ Yamila Pena Ojeda ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ກູບາ ຊີ້ແຈ້ງວ່າ: ອົງການໄອຍະການປະຊາຊົນສູງສຸດ ກູບາ ແລະ ອົງການໄອຍະການປະຊາຊົນສູງສຸດ ຫວຽດນາມ ມີການພົວພັນຢ່າງເລິກເຊິ່ງກ້ວາງຂວາງໃນຫລາຍປີຜ່ານມາ, ມີເນື້ອໃນ, ຫົວຂໍ້ແລກປ່ຽນ, ຮ່ວມມືຫລາຍຢ່າງໄດ້ປະຕິບັດ ແລະ ນຳມາເຊິ່ງປະສິດທິຜົນຢ່າງແທດຈິງ. ທ່ານນາງ Yamila Pena Ojeda ຖືວ່າ ຫວຽດນາມ ແລະ ກູບາ ລ້ວນແຕ່ເດີນຕາມເສັ້ນທາງສັງຄົມນິຍົມ ດັ່ງນັ້ນ 2 ຝ່າຍຄວນຮ່ວມມືຢ່າງແໜ້ນແຟ້ນກ່ວາອີກ ແລະ ຍາມໃດກໍ່ໜູນຊ່ວຍເຊິ່ງກັນ ແລະ ກັນ.

ຕອບກັບ

ຂ່າວ/ບົດ​ອື່ນ