ປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເຮັດວຽກກັບສະຖາບັນມະຫາບັນດິດວິທະຍາສາດ ແລະ ເຕັກໂນໂລຢີຫວຽດນາມ

(VOVWORLD) -ສະຖາບັນຄວນສຸມແຫຼ່ງກຳລັງ ເພື່ອລົງທຶນພັດທະນາບັນດາຂະແໜງວິທະຍາສາດ ແລະ ເຕັກໂນໂລຢີປາຍແຫຼມ, ມີຄວາມໝາຍແທດຈິງຕໍ່ພາລະກິດແຫ່ງການຫັນປະເທດເປັນປະເທດອຸດສາຫະກຳ ແລະ ທັນສະໄໝ, ພິເສດແມ່ນໃນສະພາບການທົ່ວໂລກຂອງການປະຕິວັດ 4.0.

ປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເຮັດວຽກກັບສະຖາບັນມະຫາບັນດິດວິທະຍາສາດ ແລະ ເຕັກໂນໂລຢີຫວຽດນາມ - ảnh 1ທ່ານນາງປະທານສະພາແຫ່ງຊາດຫວຽດນາມຫງວຽນທິກິມເງິນກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ

        ວັນທີ 17 ພຶດສະພາ, ທີ່ຮ່າໂນ້ຍ, ສະຖາບັນມະຫາບັນດິດວິທະຍາສາດ ແລະ ເຕັກໂນໂລຢີຫວຽດນາມ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງວັນວິທະຍາສາດ ແລະ ເຕັກໂນໂລຢີຫວຽດນາມ ແລະ ສະເຫຼີມສະຫຼອງ 43 ປີແຫ່ງວັນສ້າງຕັ້ງ ສະຖາບັນມະຫາບັນດິດວິທະຍາສາດ ແລະ ເຕັກໂນໂລຢີຫວຽດນາມ.

        ເຂົ້າຮ່ວມ ແລະກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ເນັ້ນໜັກວ່າ ສະຖາບັນຄວນສຸມແຫຼ່ງກຳລັງ ເພື່ອລົງທຶນພັດທະນາບັນດາຂະແໜງວິທະຍາສາດ ແລະ ເຕັກໂນໂລຢີປາຍແຫຼມ, ມີຄວາມໝາຍແທດຈິງຕໍ່ພາລະກິດແຫ່ງການຫັນປະເທດເປັນປະເທດອຸດສາຫະກຳ ແລະ ທັນສະໄໝ, ພິເສດແມ່ນໃນສະພາບການທົ່ວໂລກຂອງການປະຕິວັດ 4.0.

        “ບັນຫາໃນປັດຈຸບັນ ແມ່ນພວກເຮົາຕ້ອງມີຕະຫຼາດ, ມີນະໂຍບາຍຂອງລັດ ເຮັດແນວໃດ ເພື່ອໃຫ້ບັນດາຜະລິດຕະພັນທີ່ຄົ້ນຄວ້າອອກມານັ້ນ ໄດ້ໝູນໃຊ້ເຂົ້າໃນຊີວິດຕົວຈິງ ແລະ ຮັບໃຊ້ປະຊາຊົນນັບທັງຊີວິດການເປັນຢູ່ສຸຂະພາບ ແລະ ການຜະລິດ. ຕົວຢ່າງຄື ເພື່ອວັດແທກສິ່ງແວດລ້ອມ, ພວກເຮົາສາມາດຜະລິດໄດ້ຢ່າງແນ່ນອນ, ແຕ່ບັນຫາແມ່ນ ຄຸນນະພາບຂອງພວກເຮົາກໍ່ຮັບປະກັນໄດ້ຕາມຄວາມຮຽກຮ້ອງຕ້ອງການທີ່ໄດ້ວາງອອກຂອງບັນດາຫົວໜ່ວຍນຳໃຊ້ໄດ້ຫຼືບໍ? ບາງເທື່ອບັນດາບັນຫາເຫຼົ່ານັ້ນ, ສະພາແຫ່ງຊາດ ແລະ ລັດຖະບານຄວນຮັບຟັງບັນດານັກວິທະຍາສາດ ແລະ ຂໍ້ສະເໜີແນະຂອງສະຖາບັນ ເພື່ອປ່ຽນແປງນະໂຍບາຍ, ສ້າງກົດໝາຍໃຫ້ສຳເລັດ ແລະ ມີບັນດາການຊີ້ນຳຕິດແທດກັບວຽກງານຄົ້ນຄວ້າໝູນໃຊ້ວິທະຍາສາດຂອງຫວຽດນາມ”.

ຕອບກັບ

ຂ່າວ/ບົດ​ອື່ນ