ປະທານສະພາແຫ່ງຊາດ ຫວຽດນາມ ພົບປະກັບປະທານຄະນະກຳມະການ ເອີຣົບ

(VOVWORLD) - ຕອນບ່າຍວັນທີ 04 ເມສາ (ຕາມເວລາ ບຣຸກແຊນ), ທີ່ສຳນັກງານຄະນະກຳມະການ ເອີຣົບ (EC) ຢູ່ ບຣຸກແຊນ, ປະເທດ ແບນຊິກ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ພົບປະກັບທ່ານປະທານຄະນະກຳມະການ ເອີຣົບ Jean-Claude Juncker. 

ທີ່ການພົບປະ, ການນຳ 2 ທ່ານໄດ້ພ້ອມກັນແລກປ່ຽນກ່ຽວກັບບັນດາເນື້ອໃນທີ່ກ່ຽວຂ້ອງເຖິງ EVFTA, ຖືວ່າ: ຄວນຊຸກຍູ້ວິວັດທະນາການລົງນາມ, ໃຫ້ສັດຕະຍາບັນໂດຍໄວ ຍ້ອນວ່າ ສັນຍາສະບັບດັ່ງກ່າວສຳຄັນທີ່ສຸດ, ມີຜົນປະໂຫຍດໃຫ້ທັງ ຫວຽດນາມ, ອີຢູ ພ້ອມກັບບັນດາປະເທດສະມາຊິກ ອີຢູ.

ປະທານສະພາແຫ່ງຊາດ ຫວຽດນາມ ພົບປະກັບປະທານຄະນະກຳມະການ ເອີຣົບ - ảnh 1 ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ  ແລະ ທ່ານປະທານຄະນະກຳມະການ ເອີຣົບ Jean-Claude Juncker (ພາບ: TTXVN)

        ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຢືນຢັນວ່າ: ຫວຽດນາມ ພວມມານະພະຍາຍາມປັບປຸງບັນດາຂໍ້ກຳນົດຂອງກົດໝາຍໃຫ້ສົມບູນແບບ ແລະ ສອດຄ່ອງກັບກົດໝາຍສາກົນ, ບັນດາຄຳໝັ້ນສັນຍາສາກົນ ເຊິ່ງ ຫວຽດນາມ ໄດ້ລົງນາມ, ເຂົ້າຮ່ວມ, ໃນນັ້ນ ມີ EVFTA. ໃນວິວັດການສ້າງກົດໝາຍ, ສະພາແຫ່ງຊາດ ຫວຽດນາມ ຍາມໃດກໍ່ຮັບປະກັນ ບໍ່ສົ່ງຜົນສະທ້ອນເຖິງສິດດຳເນີນທຸລະກິດ, ການລົງທຶນຂອງວິສາຫະກິດ ຫວຽດນາມ ກໍ່ຄືວິສາຫະກິດຕ່າງປະເທດ. ສະພາແຫ່ງຊາດ ຫວຽດນາມ ຍາມໃດກໍ່ຕິດຕາມກວດກາການປະຕິບັດກົດໝາຍຢ່າງແໜ້ນແຟ້ນ ເພື່ອຮັບປະກັບບໍ່ໃຫ້ມີບໍ່ວ່າຮົ້ວກີດຂວາງໃດ ທີ່ກໍ່ຄວາມຫຍຸ້ງຍາກໃຫ້ແກ່ການປະຕິບັດສິດດຳເນີນທຸລະກິດ, ລົງທຶນຂອງປະຊາຊົນ, ວິສາຫະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ