ປະທານສະພາແຫ່ງຊາດ ຫວຽດນາມ ໃຫ້ການຕ້ອນຮັບຂ້າຫຼວງໃຫຍ່ຮັບຜິດຊອບດ້ານການຄ້າ EU

(VOVWORLD) -ຕອນເຊົ້າວັນທີ 1 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ໃຫ້ການຕ້ອນຮັບທ່ານນາງ Cecilia Malmstrom ຂ້າຫຼວງໃຫຍ່ຮັບຜິດຊອບດ້ານການຄ້າ ຂອງສະຫະພາບ ເອີລົບ EU.
ປະທານສະພາແຫ່ງຊາດ ຫວຽດນາມ ໃຫ້ການຕ້ອນຮັບຂ້າຫຼວງໃຫຍ່ຮັບຜິດຊອບດ້ານການຄ້າ EU - ảnh 1ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ຕ້ອນຮັບທ່ານນາງ Cecilia Malmstrom ຂ້າຫຼວງໃຫຍ່ຮັບຜິດຊອບດ້ານການຄ້າ ຂອງສະຫະພາບ ເອີລົບ EU (ພາບ: quochoi.vn)

ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍເລື່ອງສອງຝ່າຍລົງນາມໃນສັນຍາການຄ້າເສລີ (EVFTA) ແລະ ສັນຍາອາລັກຂາການລົງທຶນ (IPA) ຢ່າງເປັນທາງການ ເມື່ອວັນທີ 30 ມິຖຸນາ. ທ່ານນາງ ຫງວຽນທິກິມເງິນ ໃຫ້ຮູ້ວ່າ ສະພາແຫ່ງຊາດ ຫວຽດນາມ ຈະລາຍງານເລື່ອງໃຫ້ສັດຕະຍາບັນສັນຍາສອງສະບັບສຳຄັນນີ້ໃນວາລະກອງປະຊຸມສະໄໝສະມັນຈະມາເຖິງເພື່ອພິຈາລະນາຮັບຮອງເອົາ EVFTA ແລະ IPA, ສືບຕໍ່ເຮັດໃຫ້ລະບົບກົດໝາຍໃຫ້ສົມບູນແບບ, ເໝາະສົມ ກັບກົດໝາຍສາກົນ.

        ທ່ານ ນາງ Cecilia Malmstrom ເນັ້ນໜັກວ່າ ເລື່ອງລົງນາມໃນສັນຍາສອງສະບັບດັ່ງກ່າວເປັນເຫດການສຳຄັນທີ່ສະແດງໃຫ້ເຫັນຄວາມປາດຖະໜາ ແລະ ຄວາມມຸ່ງຫວັງຂອງທັງສອງຝ່າຍ, ປັບປຸງການພົວພັນຄູ່ຮ່ວມມື ແລະ ຮ່ວມມືຮອບດ້ານລະຫວ່າງ ສອງຝ່າຍໃຫ້ດີງາມ ກ່ວາອີກ. ດ້ວຍສັນຍາ EVFTA ແລະ IPA, ສອງຝ່າຍປາດຖະໜາຢາກໃຫ້ການພົວພັນຮ່ວມມືກ້າວໄປກ່ວາບົນພື້ນຖານປະຕິບັດບັນດາຄຳໝັ້ນສັນຍາລວມ ແລະ ສຸມໃສ່ເຂົ້າຂົງເຂດການຄ້າ, ການລົງທຶນໃຫ້ຫຼາຍກ່ວາອີກ.

        ທ່ານນາງ ຫງວຽນທິກິມເງິນ ແລະ ທ່ານ ນາງ Cecilia Malmstrom ໄດ້ເຫັນດີເປັນເອກະພາບຖືວ່າເລື່ອງໂອ້ລົມສົນທະນາ ແລະ ຮັກສາກົນໄກ ສົນທະນາລະຫວ່າງສອງຝ່າຍເປັນປະຈຳແມ່ນສຳຄັນທີ່ສຸດ.

        ໃນຕອນບ່າຍວັນດຽວກັນ, ທ່ານນາງ ຮອງປະທານປະເທດຫວຽດນາມ ດັ້ງທິງອກທິ້ງ ກໍ ໄດ້ໃຫ້ການຕ້ອນຮັບທ່ານນາງ Cecilia Malmstrom ຂ້າຫຼວງໃຫຍ່ຮັບຜິດຊອບດ້ານການຄ້າ ຂອງສະຫະພາບ ເອີລົບ EU. ທ່ານນາງ ຮອງປະທານປະເທດຫວຽດນາມ ດັ້ງທິງອກທິ້ງ ໄດ້ຕີລາຄາສູງ ການເຊັນສັນຍາສອງສະບັບດັ່ງກ່າວ ຊຶ່ງ ບໍ່ພຽງແຕ່ມີຄວາມສໍາຄັນໃນສາຍພົວພັນລະຫວ່າງ ຫວຽດນາມ ແລະ ອີຢູ ເທົ່ານັ້ນ ຫາກຍັງສົ່ງຜົນກະທົບຢ່າງຕັ້ງໜ້າ ຕໍ່່ລັດທິການຄ້າເສລີທົ່ວໂລກອີກດ້ວຍ.

ປະທານສະພາແຫ່ງຊາດ ຫວຽດນາມ ໃຫ້ການຕ້ອນຮັບຂ້າຫຼວງໃຫຍ່ຮັບຜິດຊອບດ້ານການຄ້າ EU - ảnh 2ທ່ານນາງ ຮອງປະທານປະເທດຫວຽດນາມ ດັ້ງທິງອກທິ້ງ ຕ້ອນຮັບທ່ານນາງ Cecilia Malmstrom  

ສ່ວນທ່ານນາງ Cecilia Malmstrom ຂ້າຫຼວງໃຫຍ່ຮັບຜິດຊອບດ້ານການຄ້າ ຂອງສະຫະພາບ ເອີລົບ EU ໄດ້ເນັ້ນໜັກວ່່າ ເຫດການນີ້ເປັນຫຼັກໝາຍປະຫວັດສາດທີ່ສໍາຄັນ, ສະແດງໃຫ້ເຫັນການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງສອງຝ່າຍ ຖືກນໍາຂຶ້ນສູ່ລະດັບສູງໃໝ່. ສັນຍາສອງສະບັບນີ້ ຈະນໍາບັນດາກາລະໂອກາດ ແລະ ຜົນປະໂຫຍດທີ່ດີມາສູ່ປະຊາຊົນ ແລະ ວິສາຫະກິດສອງຝ່າຍ.


ຕອບກັບ

ຂ່າວ/ບົດ​ອື່ນ