ປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ: ຫວຽດນາມ ຖືປະຊາຊົນ, ວິສາຫະກິດເປັນເຈົ້າກຳ, ກຳລັງໜູນ, ເປົ້າໝາຍໃຫ້ແກ່ການພັດທະນາ
(VOVWORLD) - ໃນຂອບເຂດການຢ້ຽມຢາມ ສ.ອູເບກິດສະຖານ ຢ່າງເປັນທາງການ, ຕອນບ່າຍວັນທີ 08 ເມສາ ຕາມເວລາ ຫວຽດນາມ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໄດ້ເຂົ້າຮ່ວມການໂອ້ລົມສົນທະນາວິສາຫະກິດ ຫວຽດນາມ - ອູເບກິດສະຖານ.
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ກ່າວຄຳເຫັນທີ່ການໂອ້ລົມສົນທະນາ |
ກ່າວຄຳເຫັນນະທີ່ນີ້, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໃຫ້ຮູ້ວ່າ ບັນດາໝາກຜົນການຮ່ວມມືຂອງສອງປະເທດເປັນໜ້າຊື່ນຊົມທີ່ສຸດ ແຕ່ຍັງບໍ່ທັນສົມກັບຄວາມສາມາດບົ່ມຊ້ອນ ແລະ ສາຍພົວພັນມິດຕະພາບແບບພິເສດລະຫວ່າງສອງປະເທດ. ເພື່ອຊຸກຍູ້ການຮ່ວມມືດ້ານເສດຖະກິດລະຫວ່າງ ຫວຽດນາມ ແລະ ອູເບກິດສະຖານ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ສະເໜີວ່າ:
“ເພີ່ມທະວີການຮ່ວມມືໃນຂົງເຂດກະສິກຳ ແລະ ປຸງແຕ່ງຜະລິດຕະພັນກະເສດ, ອູເບກິດສະຖານ ມີທ່າແຮງກ່ຽວກັບຝ້າຍ, ໝາກໄມ້ ແລະ ຜະລິດຕະພັນທີ່ມີຄຸນນະພາບສູງ, ໃນຂະນະທີ່ ຫວຽດນາມ ມີເຕັກໂນໂລຢີປຸງແຕ່ງ, ມີເຕັກນິກການປູກລ້ຽງສິນໃນນ້ຳ ແລະ ການສົ່ງອອກຜະລິດຕະພັນກະເສດ. ວິສາຫະກິດສອງປະເທດອາດຈະຮ່ວມມືສ້າງລະບົບສະໜອງ, ຈາກການຜະລິດ, ປຸງແຕ່ງຕະຫຼອດຮອດການສົ່ງອອກ, ຍາດແຍ່ງທ່າໄດ້ປຽບຂອງສັນຍາການຄ້າເສລີ ຫວຽດນາມ - ສະຫະພັນເສດຖະກິດ ອາຊີ - ເອີຣົບ ເພື່ອນຳຜະລິດຕະພັນທີ່ມີຄຸນນະພາບສູງສົ່ງອອກຕະຫຼາດສາກົນ. ທີສອງແມ່ນພັດທະນາຂະແໜງອຸດສາຫະກຳຕ່ຳແຜ່ນຕັດຫຍິບ ແລະ ເກີບໜັງ”.
ການໂອ້ລົມສົນທະນາ |
ໃນການໂອ້ລົມສົນທະນາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໄດ້ເປັນສັກຂີພິຍານພິທີມອບ-ຮັບບັນດາຂໍ້ຕົກລົງຮ່ວມມື: ແຜນການເຄື່ອນໄຫວລວມຊຸກຍູ້ການຮ່ວມມືດ້ານເສດຖະກິດການຄ້າ ໄລຍະ 2025 – 2026 ລະຫວ່າງກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ແລະ ກະຊວງລົງທຶນ, ການຄ້າ ແລະ ອຸດສາຫະກຳ ອູເບກິດສະຖານ; ໂຄງການຮ່ວມມືລະຫວ່າງກະຊວງການຕ່າງປະເທດ ຫວຽດນາມ ແລະ ກະຊວງການຕ່າງປະເທດ ອູເບກິດສະຖານ ໄລຍະ 2025 – 2026; ບົດບັນທຶກຊ່ວຍຈຳການຮ່ວມມືໃນຂົງເຂດສາທາລະນະສຸກລະຫວ່າງກະຊວງສາທາລະນະສຸກ ຫວຽດນາມ ແລະ ກະຊວງສາທາລະນະສຸກ ອູເບກິດສະຖານ.
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໄດ້ພົບປະເຈລະຈາກັບທ່ານ Nuriddin Ismoilov ປະທານສະຖາບັນນິຕິບັນຍັດ, ສະພາຕ່ຳ, ອູເບກິດສະຖານ. |
ຕອນບ່າຍຂອງວັນດຽວກັນ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໄດ້ພົບປະເຈລະຈາກັບທ່ານ Nuriddin Ismoilov ປະທານສະຖາບັນນິຕິບັນຍັດ (ສະພາຕ່ຳ) ອູເບກິດສະຖານ.
ເລຕວຽດ