ປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຕ້ອນຮັບຄະນະຜູ້ແທນຂັ້ນສູງນະຄອນຫຼວງ ພະນົມເປັນແຫ່ງລາຊະອານາຈັກກຳປູເຈຍ.

(VOVWORLD) -ຕອນບ່າຍວັນທີ 6 ກັນຍາ, ຢູ່ຫໍສະພາແຫ່ງຊາດ, ທ່ານ ປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ໄດ້ໃຫ້ການຕ້ອນຮັບທ່ານເຈົ້າຄອງ ນະຄອນຫຼວງພະນົມເປັນ Penh Khuong Sreng ນໍາໜ້າຄະນະຜູ້ແທນຂັ້ນສູງນະຄອນຫຼວງ ພະນົມເປັນ ມາຢ້ຽມຢາມ ແລະ ເຮັດວຽກຢູ່ຮ່າໂນ້ຍ
ປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຕ້ອນຮັບຄະນະຜູ້ແທນຂັ້ນສູງນະຄອນຫຼວງ ພະນົມເປັນແຫ່ງລາຊະອານາຈັກກຳປູເຈຍ. - ảnh 1ທ່ານ ປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ  ແລະ ທ່ານເຈົ້າຄອງ ນະຄອນຫຼວງພະນົມເປັນ Penh Khuong Sreng

     ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຢືນຢັນແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງພັກ ແລະ ລັດ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນຖານ “ບ້ານໃກ້ເຮືອນຄຽງທີ່ດີ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ ແລະ ໝັ້ນຄົງຍາວນານ” ກັບ ກຳປູເຈຍ ຜ່ານທຸກຊ່ອງທາງຂອງພັກ, ລັດຖະບານ. ແລະສະພາແຫ່ງຊາດ; ຍາມໃດກໍຮັບຮູ້ເຖິງການປັບປຸງ ແລະ ພັດທະນາການພົວພັນລະຫວ່າງສອງປະເທດຢ່າງບໍ່ຢຸດຢັ້ງ ແມ່ນໜຶ່ງໃນບັນດາໜ້າທີ່ຍຸດທະສາດ, ມີຄວາມໝາຍສຳຄັນຕໍ່ຄວາມໝັ້ນຄົງ ແລະ ການພັດທະນາຂອງແຕ່ລະປະເທດ. ທ່ານປະທານສະພາແຫ່ງຊາດສະເໜີໃຫ້ສອງນະຄອນຫຼວງສືບຕໍ່ແລກປ່ຽນ, ເຫັນດີເປັນເອກະພາບ ແລະ ຊຸກຍູ້ບັນດາການເຄື່ອນໄຫວພົວພັນແລກປ່ຽນ, ການເຄື່ອນໄຫວຮ່ວມມື, ແບ່ງປັນບົດຮຽນໃນຫຼາຍຂົງເຂດຄື: ເສດຖະກິດ, ການຄ້າ, ການລົງທຶນ, ການທ່ອງທ່ຽວ; ຫວັງວ່າເຈົ້າຄອງນະຄອນຫຼວງພະນົມເປັນຈະເອົາໃຈໃສ່ ແລະ ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດ, ຊາວຫວຽດນາມ ອາໄສ ແລະ ເຮັດວຽກຢູ່ ກຳປູເຈຍ.

ຕອບກັບ

ຂ່າວ/ບົດ​ອື່ນ