ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຕ້ອນຮັບການນຳບາງວິສາຫະກິດ ຮຸງກາຣີ

(VOVWORLD) - ໃນການພົບປະກັບການນຳ  ບໍລິສັດ Gedeon Richter – ເຊິ່ງເປັນບໍລິສັດນາໆຊາດຮຸງກາຣີ ເຄື່ອນໄຫວໃນຂົງເຂດຜະລິດການຢາ ແລະ ຄົ້ນຄ້ວາພັດທະນາ (R&D) ເຕັກໂນໂລຊີຊີວະພາບ, ການນຳບໍລິສັດ Egis – ເຊິ່ງເປັນບໍລິສັດແຖວໜ້າພາກພື້ນເອີລົບຕາເວັນອອກກາງ
ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຕ້ອນຮັບການນຳບາງວິສາຫະກິດ ຮຸງກາຣີ - ảnh 1ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ພົບປະກັບການນຳບໍລິສັດ HWP

ຕອນເຊົ້າວັນທີ 28 ມິຖຸນາ, ໂດຍສືບຕໍ່ການຢ້ຽມຢາມ ຮຸງກາຣີ ຢ່າງເປັນທາງການ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ໃຫ້ການຕ້ອນຮັບການນຳ ບາງວິສາຫະກິດ ຮຸງກາຣີ ຊິ່ງປະຈຸບັນພວມເຄື່ອນໄຫວຢູ່ ຫວຽດນາມ.

        ໃນການພົບປະກັບການນຳ  ບໍລິສັດ Gedeon Richter – ເຊິ່ງເປັນບໍລິສັດນາໆຊາດຮຸງກາຣີ ເຄື່ອນໄຫວໃນຂົງເຂດຜະລິດການຢາ ແລະ ຄົ້ນຄ້ວາພັດທະນາ (R&D) ເຕັກໂນໂລຊີຊີວະພາບ, ການນຳບໍລິສັດ Egis – ເຊິ່ງເປັນບໍລິສັດແຖວໜ້າພາກພື້ນເອີລົບຕາເວັນອອກກາງ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ຮັບຮູ້ຂໍ້ສະເໜີແນະຂອງການນຳບໍລິສັດ 2 ແຫ່ງນີ້ ແລະ ປາດຖະໜາວ່າ ຫວຽດນາມ ຍູ້ແຮງຄວາມຄືບໜ້າ ແລະ ການຫັນລະບອບລະບຽບການບໍລິຫານກ່ຽວກັບການລົງທະບຽນການຢາເປັນງ່າຍດາຍ ເພື່ອໃຫ້ຜະລິດຕະພັນໃໝ່ອາດຈະສະໜອງໃຫ້ຕະຫຼາດ ຫວຽດນາມ; ອອກໃບອະນຸຍາດໃຫ້ຈຳໜ່າຍຜະລິດຕະພັນການຢາດ້ວຍກຳນົດເວລາຍາວກ່ວາ.

        ທີ່ການຕ້ອນຮັບທ່ານ Robert Forintos, ປະທານບໍລິສັດ Hungarian Water Parnerghip (HWP) - ເຊິ່ງເປັນບໍລິສັດພວມຜັນຂະຫຍາຍບາງໂຄງການນ້ຳປະປາຢູ່ ຫວຽດນາມ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຊົມເຊີຍ HWP ແລະ ບັນດາບໍລິສັດສະມາຊິກຮ່ວມມືຫັນປ່ຽນບັນດາເຕັກໂນໂລຊີທີ່ກ້າວໜ້າ, ທັນສະໄໝໃນຂະແໜງນ້ຳປະປາ. ດ້ວຍບັນດາໂຄງການລົງທຶນຂອງບັນດາບໍລິສັດສະມາຊິກ HWP ໃນຂົງເຂດສະໜອງ, ບຳບັດນ້ຳ, ຫວຽດນາມ ຈະສະຫງວນບັນດາບຸລິມະສິດຕາມລະບຽບກົດໝາຍໃນຂົງເຂດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ