ປະທານສະພາແຫ່ງຊາດຕ້ອນຮັບຄະນະສະມາຊິກລັດຖະສະພາໜຸ່ມຍີ່ປຸ່ນ

(VOVWORLD) -ຕອນເຊົ້າວັນທີ 23 ສິງຫາ, ຢູ່ສຳນັກງານສະພາແຫ່ງຊາດ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນສະມາຊິກລັດຖະສະພາໜຸ່ມຄະນະຊາວໜຸ່ມພັກປະຊາທິປະໄຕເອກະພາບຍີ່ປຸ່ນ (LDP)

ປະທານສະພາແຫ່ງຊາດຕ້ອນຮັບຄະນະສະມາຊິກລັດຖະສະພາໜຸ່ມຍີ່ປຸ່ນ - ảnh 1 ທ່ານປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຕ້ອນຮັບຄະນະສະມາຊິກລັດຖະສະພາໜຸ່ມຍີ່ປຸ່ນ

(ພາບ: TTXVN)

ໂດຍທ່ານສະມາຊິກສະພາຕ່ຳ Keisuke Suzuki, ຮອງເລຂາທິການໃຫຍ່, ຫົວໜ້າຄະນະຊາວໜຸ່ມພັກ LDP ເປັນຫົວໜ້າຄະນະມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ສະເໜີວ່າ, ໃນໄລຍະຈະມາເຖິງ 2 ຝ່າຍຈະຮັກສາບັນດາການຢ້ຽມຢາມຂັ້ນສູງ, ເພີ່ມທະວີບົດບາດເປັນຂົວເຊື່ອມຕໍ່ຂອງບັນດາສະມາຊິກສະພາແຫ່ງຊາດ, ຜູ້ແທນຂັ້ນທ້ອງຖິ່ນ, ກຸ່ມສະມາຊິກລັດຖະສະພາຍິງຫວຽດນາມ ແລະ ຍີ່ປຸ່ນ, ການພົວພັນແລກປ່ຽນປະຊາຊົນ… ທ່ານນາງປະທານສະພາແຫ່ງຊາດ ຖືວ່າ, 2 ຝ່າຍຕ້ອງເພີ່ມທະວີການຮ່ວມມື ແລະ ສືບຕໍ່ສະໜັບສະໜູນເຊິ່ງກັນ ແລະ ກັນໃນບັນດາເວທີປາໄສກົນ ແລະ ພາກພື້ນ; ປາດຖະໜາວ່າ ຍີ່ປຸ່ນ ສືບຕໍ່ສວມບົດບາດສຳຄັນ ແລະ ຕັ້ງໜ້າປະກອບສ່ວນເຂົ້າໃນການຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ ແລະ ຄວາມເສລີໃນການເດີນທະເລ, ການບິນຢູ່ທະເລຕາເວັນອອກ.

ຕອບກັບ

ຂ່າວ/ບົດ​ອື່ນ