ປະທານສະພາແຫ່ງຊາດລາວສິ້ນສຸດການຢ້ຽມຢາມຫວຽດນາມຢ່າງເປັນທາງການ

ປະທານສະພາແຫ່ງຊາດລາວສິ້ນສຸດການຢ້ຽມຢາມຫວຽດນາມຢ່າງເປັນທາງການ - ảnh 1
ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ຕ້ອນຮັບ
ທ່ານນາງ​ປະທານ​ສະພາ​ແຫ່ງ​ຊາດ ປານີ ຢາ​ທໍ່​ຕູ
(ພາບ: TTXVN)


(vovworld) – ຕອນ​ບ່າຍ​ວັນ​ທີ 04/04, ຄະນະ​​ຜູ້​ແທນ​ຂັ້ນ​ສູງ​ສະພາ​ແຫ່ງ​ຊາດ​ລາວ ​ໂດຍ​ທ່ານນາງ​ປະທານ​ສະພາ​ແຫ່ງ​ຊາດ ປານີ ຢາ​ທໍ່​ຕູ ນຳ​ໜ້າ, ​ໄດ້​ເດີນທາງ​ອອກ​ຈາກ​ນະຄອນ​ໂຮ່ຈິ​ມິນ, ສິ້ນ​ສຸດ​ການ​ຢ້ຽມຢາມມິດຕະພາບ​ຫວຽດນາມ ​ຢ່າງເປັນ​ທາງ ​ແລະ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫຍ່​ສະຫະພັນ​ລັດຖະສະພາ​ສາກົນ ຄັ້ງ​ທີ 132 (IPU 132). ​ໃນ​ໄລຍະ​ຢູ່​ຢ້ຽມຢາມ, ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ​ລາວ ປານີ ຢາ​ທໍ່​ຕູ ​ໄດ້​ມີ​ການ​ພົບ​ປະ​ເຈລະຈາ​ກັບ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ; ​ເຂົ້າ​ຢ້ຽມ​ຂໍ່ານັບ​ທ່ານ​​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ​ແລະ ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ; ພົບ​ປະ​ເຈລະຈາ​ກັບ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ. ທີ່​ບັນດາ​ການ​ພົບ​ປະ​ເຈລະຈາ, 2 ຝ່າຍ​ລ້ວນ​ແຕ່​ຢືນຢັນ​ ຖື​ເປັນ​ສຳຄັນ, ປາດ​ຖະໜາ ​ແລະ ຕັດສິນ​ໃຈ​ເພີ່ມ​ທະ​ວີ​ສາຍ​ພົວພັນ​ມິດ​ຕະພາບ​ທີ່​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ລັດ, 2 ສະພາ​ແຫ່ງ​ຊາດ​ກວ່າ​ອີກ; ພ້ອມ​ທັງ​ສືບ​ຕໍ່​ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ, ສົມທົບ​ກັບ​ຢ່າງ​ແໜ້ນ​ແຟ້ນບົນ​ເວທີ​ປາ​ໄສ​ພາກ​ພື້ນ ​ແລະ ສາກົນ. 2 ຝ່າຍ​ກໍ່​ແລກປ່ຽນບັນດາ​ເນື້ອ​ໃນ​ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ລັດ, 2 ສະພາ​ແຫ່ງ​ຊາດໃນ​ທຸກ​ຂົງ​ເຂດ​ຄື: ການ​ເມືອງ, ​ເສດຖະກິດ, ສັງຄົມ, ການ​ສຶກສາ, ພິ​ເສດ​ແມ່ນ​ການ​ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ ​ແລະ ຜັນ​ຂະຫຍາຍ​​ບັນດາ​ເອກະສານ, ຂໍ້​ຕົກລົງ​ຮ່ວມ​ມື 2 ຝ່າຍຢ່າງ​ເຂັ້ມ​ງວດ. 2 ຝ່າຍ​ກໍ່​ເຊື່ອ​ໝັ້ນ​ຢ່າງ​ແນວ​ແນ່​ວ່າ, ​ເລື່ອງ​ຍູ້​ແຮງ​ບັນດາ​ການ​ຢ້ຽມຢາມ, ​ເຮັດ​ວຽກ​ລະຫວ່າງ​ການ​ນຳ​ຂັ້ນ​ສູງ​ຂອງ 2 ພັກ, 2 ລັດ ​ແລະ 2 ສະພາ​ແຫ່ງ​ຊາດ​ໃນ​ໄລຍະ​ຜ່ານ​ມາ ກໍ່​ຄື​ໃນ​ອະນາຄົດ ຈະ​ສືບ​ຕໍ່​ປັບປຸງ​ນ້ຳ​ໃຈ​ສາມັກຄີ​ມິດ​ຕິ​ພາບ​​ແບບ​ພິ​ເສດ ​ແລະ ນຳ​ການ​ພົວພັນລະຫວ່າງ 2 ປະ​ເທດ ​ໃຫ້ກ້າວ​ເຂົ້າ​ສູ່ລວງ​ເລິກ​ກວ່າ​ອີກ.

        ​ໃນ​ລາຍການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ, ຄະນະຍັງ​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກຢູ່​ນະຄອນ​ໂຮ່ຈິ​ມິນ, ​ແຂວງກຽນ​ຢາງ ​ແລະ ​ເບັ໋ນ​​ແຈ ອີກ​ດ້ວຍ.

ຂ່າວ/ບົດ​ອື່ນ