ປະທານສະພາແຫ່ງຊາດສາທາລະນະລັດຝະລັ່ງຢ້ຽມຢາມຫວຽດນາມຢ່າງເປັນທາງການ
ທ່ານ Claude Bartolone ປະທານສະພາແຫ່ງຊາດ ຝະລັ່ງ
(ພາບ: TTXVN)
(vovworld) - ວັນທີ 18/03, ທ່ານ Claude Bartolone ປະທານສະພາແຫ່ງຊາດສາທາລະນະລັດ ຝະລັ່ງ ໄດ້ມາຮອດຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ (ແຕ່ວັນທີ 18 – 21/03/2016) ຕາມຄຳເຊີນຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນຊິງຮຸ່ງ. ການຢ້ຽມຢາມຖືກດຳເນີນກົງກັບໂອກາດທີ່ສະພາແຫ່ງຊາດ ຝະລັ່ງ ຫາກໍ່ສຳເລັດເລື່ອງຮັບຮອງເອົາສັນຍາຮ່ວມມື ແລະ ຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ສະຫະພາບ ເອີລົບ (ອີຢູ) ເມື່ອວັນທີ 17/03. ໃນຂອບເຂດການຢ້ຽມຢາມ, ຄະນະປະທານສະພາແຫ່ງຊາດສາທາລະນະລັດ ຝະລັ່ງ ມີບັນດາການເຮັດວຽກກັບການນຳສະພາແຫ່ງຊາດ ຫວຽດນາມ ເພື່ອແນໃສ່ຊຸກຍູ້ການຮ່ວມມືລະຫວ່າງ 2 ສະພາແຫ່ງຊາດເວົ້າສະເພາະ ແລະ ລະຫວ່າງ 2 ປະເທດ ຫວຽດນາມ - ຝະລັ່ງ ເວົ້າລວມ.