ປະທານສະພາແຫ່ງຊາດຫງວຽນຊິງຮຸ່ງຕ້ອນຮັບຄະນະປະຕິບັດງານຂອງທະນາຄານໂລກ

ປະທານສະພາແຫ່ງຊາດຫງວຽນຊິງຮຸ່ງຕ້ອນຮັບຄະນະປະຕິບັດງານຂອງທະນາຄານໂລກ - ảnh 1
ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ​​
ຕ້ອນຮັບ​​ທ່ານ Rionald Silaban
(ພາບ: TTXVN)

(vovworld) – ​ ຕອນ​ບ່າຍ​ວັນ​ທີ 9/11 ຢູ່​ຮ່າ​ໂນ້ຍ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ປະຕິບັດ​ງານ​ຜູ້ອຳນວຍການ​ຝ່າຍບໍລິຫານ​ຂອງ​ບາງ​ກຸ່ມ​ປະ​ເທດ​ໃນ​ກຸ່ມ​ທະນາຄານ​ໂລກ (WB) ​ໂດຍ​ທ່ານ Rionald Silaban ຜູ້ອຳນວຍການ​ຝ່າຍບໍລິຫານ WB ຢູ່ ອິນ​ໂດ​ເນ​ເຊຍ ​ເປັນ​ຫົວໜ້າ​ຄະນະ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ຢືນຢັນ​ວ່າ: ​ດ້ວຍ​ການ​ຊ່ວຍ​ເຫຼືອຢ່າງມີ​ປະສິດທິ​ຜົນ​ຂອງ WB ​ໃນ​ຫລາຍ​ປີຜ່ານມາ, ຫວຽດນາມ ​ໄດ້​ປະຕິບັດ​ບັນດາ​ຈຸດໝາຍ​ສະຫັດ​ສະ​ວັດ​ຂອງ ສະຫະ​ປະຊາ​ຊາດ​ຢ່າງ​ມີ​ໄຊ ​ແລະ ພວມ​ສືບ​ຕໍ່​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ສະຫະ​ປະຊາ​ຊາດ ທີ່ ຫາ​ກໍ​ໄດ້​ຮັບຮອງ​ເອົາ​ຢູ່ກອງ​ປະຊຸມ​ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ​ໃນ​ເດືອນ 9/2015 ຜ່ານ​ມາ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ສະ​ເໜີ WB ແກ່ຍາວ​ກຳນົດ​ເວລາ​ໜູນ​ຊ່ວຍ ODA ​ໄລຍະ​ຍາວ​ໃຫ້​ແກ່ ຫວຽດນາມ; ສື​ບຕໍ່​ຊ່ວຍ​ເຫຼືອ​ປະ​ເທດຕ່າງໆ ​​ເຊິ່ງ​ໄດ້​ປະຕິບັດ​ສຳ​ເລັດ​ການ​ລົບ​ລ້າງ​ຄວາມອຶດຫິວທຸກ​ຍາກ​ແລ້ວ ​ແຕ່​ອັດຕາ​ສ່ວນຄວາມ​ທຸກ​ຍາກ​ຍັງ​ຫລາຍ, ມີ​ຄວາມ​ສ່ຽງ​ສູງ ຈະ​ກັບ​ຄືນ​ສະພາບ​ຄວາມທຸກ​ຍາກ​ຄື ຫວຽດນາມ.

        ສ່ວນ​ທ່ານ Rionald Silaban ກໍ​ເນັ້ນ​ໜັກ​ວ່າ: ທະນາຄານ​ໂລກ​ຈະ​ສືບ​ຕໍ່​ສະ​ໜັບສະ​ໜູນ, ​ເອົາ​ໃຈ​ໃສ່, ໜູນ​ຊ່ວຍ ຫວຽດນາມ ​ໃນ​ວິວັດທະນາ​ການ​ພັດທະນາ​ແບບ​ຍືນ​ຍົງ.

 


ຂ່າວ/ບົດ​ອື່ນ