ປະທານສະພາແຫ່ງຊາດຫງວຽນທິກິມເງິນຕ້ອນຮັບເຈົ້າຄອງນະຄອນ Busan, ສ.ເກົາຫຼີ

(VOVWORLD) -ໃນຂອບເຂດການຢ້ຽມຢາມສ.ເກົາຫຼີ, ວັນທີ 04 ທັນວາ, ທີ່ການຕ້ອນຮັບເຈົ້າຄອງລະຄອນ Busan, ສ.ເກົາຫຼີ Oh Keo don
ປະທານສະພາແຫ່ງຊາດຫງວຽນທິກິມເງິນຕ້ອນຮັບເຈົ້າຄອງນະຄອນ Busan, ສ.ເກົາຫຼີ - ảnh 1(ທ່ານປະທານສະພາແຫ່ງຊາດຫງວຽນທິກິມເງິນຕ້ອນຮັບເຈົ້າຄອງນະຄອນ Busan, ສ.ເກົາຫຼີ)

ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຊີ້ແຈ້ງວ່າ ການຢ້ຽມຢາມສ.ເກົາຫຼີ ຢ່າງເປັນທາງການຂອງຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ແມ່ນເພື່ອແນໃສ່ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດ; ນຳການພົວພັນລະຫວ່າງ 2 ປະເທດພັດທະນາຢ່າງແທດຈິງ ແລະ ມີປະສິດທິຜົນກວ່າອີກ. ທ່ານນາງປະທານສະພາແຫ່ງຊາດຢືນຢັນວ່າ, ຫວຽດນາມ ຖືເປັນສຳຄັນການພັດທະນາການພົວພັນກັບສ.ເກົາຫຼີ ແລະ ສ.ເກົາຫຼີ ຍາມໃດກໍ່ແມ່ນໜຶ່ງໃນບັນດາຄູ່ຄ້າ , ລົງທຶນແຖວໜ້າຂອງຫວຽດນາມ. ຜົນສຳເລັດຂອງບັນດານັກລົງທຶນສ.ເກົາຫຼີ ຢູ່ຫວຽດນາມ ແມ່ນສັນຍາລັກອັນດີງາມໃນການຮ່ວມມືດ້ານເສດຖະກິດລະຫວ່າງ 2 ປະເທດ. ທ່ານນາງປະທານສະພາແຫ່ງຊາດ ປາດຖະໜາວ່າ ນັບມື້ນັບມີຫຼາຍວິສາຫະກິດຈາກ Busan ມາລົງທຶນເຂົ້າໃນບັນດາຂົງເຂດເຊິ່ງຫວຽດນາມ ພວມມີຄວາມຕ້ອງການ.

        ສ່ວນເຈົ້າຄອງນະຄອນ Oh Keo don ເນັ້ນໜັກວ່າ, ປະຈຸບັນ, ຢູ່ Busan ມີຊາວຫວຽດນາມ ມາດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກເປັນຈຳນວນຫຼາຍ. ຕາມແຜນການແລ້ວ, ໃນໄລຍະຈະມາເຖິງ, Busan ຈະສ້າງຕັ້ງສູນໜູນຊ່ວຍບັນດາຄອບຄົວສີສັນວັດທະນະທຳຫຼາກຫຼາຍຫວຽດນາມ - ສ.ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ