ປະທານສະພາແຫ່ງຊາດຫວຽດນາມຈະເຂົ້າຮ່ວມ IPU ຄັ້ງທີ 137 ຢູ່ສະຫະພັນລັດເຊຍ ແລະ ຢ້ຽມຢາມ ສາທາລະນະລັດກາຊັກສະຖານ

(VOVWORLD) -ໂດຍປະຕິບັດຕາມລາຍການເຄື່ອນໄຫວການພົວພັນຕ່າງປະເທດຂອງ ສະພາແຫ່ງຊາດ ປີ 2017, ທ່ານ ນາງ ປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກີມເງິນ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະເຂົ້າຮ່ວມກອງປະຊຸມໃຫຍ່ສະຫະພັນລັດຖະສະພາສາກົນ ຄັ້ງທີ 137 (IPU – 137) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງຢູ່ Saint Peterburg, ສະຫະພັນລັດເຊຍ ແລະ ຢ້ຽມຢາມ ສາທາລະນະລັດກາຊັກສະຖານ ຢ່າງເປັນທາງການ.

ປະທານສະພາແຫ່ງຊາດຫວຽດນາມຈະເຂົ້າຮ່ວມ IPU ຄັ້ງທີ 137 ຢູ່ສະຫະພັນລັດເຊຍ ແລະ ຢ້ຽມຢາມ ສາທາລະນະລັດກາຊັກສະຖານ - ảnh 1 ທ່ານ ນາງ ປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກີມເງິນ

(ພາບປະກອບ)

ໂດຍຮັບຄຳເຊີນຂອງ ທ່ານປະທານສະຫະພັນລັດຖະສະພາສາກົນ Saber Chowdhury, ປະທານສະພາສະຫະພັນລັດເຊຍ Valentina Ivanovna Matviyenko ແລະ ທ່ານປະທານສະພາແຫ່ງຊາດສະຫະພັນລັດເຊຍ Vyacheslav Volodin; ປະທານສະພາສູງສາທາລະນະລັດກາຊັກສະຖານ Kassym Zhomart Tokayev ແລະ ປະທານສະພາຕ່ຳກາຊັກສະຖານ Nurlan Nigmatulin, ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ, ໂດຍ ທ່ານ ນາງ ຫງວຽນທິກີມເງິນ, ປະທານສະພາແຫ່ງຊາດ ຫວຽດນາມ ນຳໜ້າ, ຈະເຂົ້າຮ່ວມ IPU – 137 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງຢູ່ Saint Peterburg, ສະຫະພັນລັດເຊຍ, ແຕ່ວັນທີ 14-15 ຕຸລາ 2017 ແລະ ຢ້ຽມຢາມ ສາທາລະນະລັດກາຊັກສະຖານ ຢ່າງເປັນທາງການ ແຕ່ວັນທີ 16-18 ຕຸລາ 2017.

ຕອບກັບ

ຂ່າວ/ບົດ​ອື່ນ