ປະທານສະພາແຫ່ງຊາດຫວຽດນາມຕ້ອນຮັບນາຍົກລັດຖະມົນຕີລາວ

ປະທານສະພາແຫ່ງຊາດຫວຽດນາມຕ້ອນຮັບນາຍົກລັດຖະມົນຕີລາວ - ảnh 1
(ທ່ານປະທານສະພາແຫ່ງຊາດຫງວຽນ​ທ​ິ​ກິມ​ເງິນ
ຕ້ອນຮັບທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ ທອງ​ລຸນ ສີ​ສຸ​ລິດ)

(vovworld) - ​​​​ທີ່​ການ​ຕ້ອນ​ຮັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ ທອງ​ລຸນ ສີ​ສຸ​ລິດ ໃນ​ຕອນ​ບ່າຍ​ວັນ​ທີ 25/10, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ທ​ິ​ກິມ​ເງິນ ໄດ້​ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່​ນ​​ຕໍ່​ການ​ພັດ​ທະ​ນາ​ທີ່​ນັບ​ມື້​ນັບ​ດີ​ງາມ​ຂອງ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ຫວຽດ​ນາມ - ລາວ ໃນ​ໄລ​ຍະ​ຜ່ານ​ມາ. ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທ​ິ​ກິມ​ເງິນ ປາດ​ຖະ​ໜາ​ວ່າ, ໃນ​ໄລ​ຍະ​ຈະ​ມາ​ເຖິງ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ ສືບ​ຕໍ່​ເອົາ​ໃຈ​ໃສ່​ຊີ້​ນຳ​ຊຸກ​ຍ​ູ້​ການ​ພົວ​ພັນ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ​ລະ​ຫວ່າງ 2 ປະ​ເທດ, ພິ​ເສດ​ແມ່ນ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ການ​ລົງ​ທຶນ, ການ​ຄ້າ.

        ສ່ວນທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ ທອງ​ລຸນ ສີ​ສຸ​ລິດ ກໍ່ສະ​ແດ​ງ​ຄວາມ​ປາດ​ຖະ​ໜາ​ວ່າ, ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ສົມ​ທົບ​ກັບ​ສະ​ພາ​ແຫ່ງ​ຊາດ​ລາວ ໃນ​ວຽກ​ງານ​ສ້າງ​ກົດ​ໝາຍ​ຢ່າງ​ແໜ້ນ​ແຟ້ນ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກ​ໍ​ປາດ​ຖະ​ໜາວ່າ ຫວຽດ​ນາມ ​ຈະສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ໃຫ້​ລັດ​ຖະ​ບານ 2 ປະ​ເທດ​ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ຕົກ​ລົງ​ຂັ້ນ​ສູງ ແລະ ບັນ​ດາ​ສັນ​ຍາ​ຮ່ວມ​ມື​ລະ​ຫວ່າງ 2 ລັດ​ຖະ​ບານ​ຢ່າງ​ມີ​ປະ​ສິດ​ທິ​ຜົນ; ເພີ່ມ​ທະ​ວີ​​ສົນ​ທົບ​ກັ​ນຕິດ​ຕາມກວດ​ກາ, ໜູນ​ຊ່ວຍ​ການ​ປັບ​ປຸງ​ກົດ​ໝາຍ ແລະ ນະ​ໂຍ​ບາຍ​ເພື່ອ​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ໂຄງ​ການ​ຮ່ວມ​ມື​ລົງ​ທຶນ, ການ​ຄ້າ​ລະ​ຫວ່າງ 2 ປະ​ເທດ, ປະ​ກອບ​ສ່ວນ​ປະ​ຕິ​ບັດ​ແຜນ​ການ​ຮ່ວມ​ມື​ລະ​ຫວ່າງ 2 ລັດ​ຖະ​ບານ​ໃນ​ປີ 2016 ຢ່າງ​ມີ​ໄຊ.

ຂ່າວ/ບົດ​ອື່ນ