ປະທານສະພາແຫ່ງຊາດຫວຽດນາມພົບປະປະທານສະພາຕ່ຳຍີ່ປຸ່ນແລະ ຄະນະປະຕິບັດງານຫວຽດນາມປະຈຳສປຊ

ປະທານສະພາແຫ່ງຊາດຫວຽດນາມພົບປະປະທານສະພາຕ່ຳຍີ່ປຸ່ນແລະ ຄະນະປະຕິບັດງານຫວຽດນາມປະຈຳສປຊ - ảnh 1
(ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ພົບ​ປະ
ກັບທ່ານ​ປະທານ​ສະພາ​ຕ່ຳ ຍີ່ປຸ່ນ Tadamori Oshima)

(vovworld) – ​ເນື່ອງ​ໃມ​ໂອກາດ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ບັນດາ​ປະທານ​ສະພາ​ແຫ່ງ​ຊາດ​ໃນ​ໂລກ​ຄັ້ງ​ທີ 4 ຢູ່​ນິວຢອກ, ຕອນ​ຄ່ຳ​ວັນ​ທີ 30/8 (ຕາມ​ເວລາ​ທ້ອງ​ຖິ່ນ, ຕອນ​ເຊົ້າ​ວັນ​ທີ 31/8 ​ເວລາ ຫວຽດນາມ), ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ພົບ​ປະກັບທ່ານ​ປະທານ​ສະພາ​ຕ່ຳ ຍີ່ປຸ່ນ Tadamori Oshima. ທ່ານ​ປະທານ​ສະພາ​ແຫ່ງຊາດ ຫງວຽນ​ຊິງ​ຮຸ່ງ ສະ​ເໜີ 2 ຝ່າຍ​ຮັກສາ​​ການ​ຢ້ຽມຢາມ, ພົບ​ປະ​ຂັ້ນ​ສູງ​ລະຫວ່າງ 2 ປະ​ເທດ​ເປັນ​ປະຈຳ; ຊຸກຍູ້​ການ​ພົບ​ປະ​ແລກປ່ຽນ​ລະຫວ່າງ​ສະພາ​ແຫ່ງ​ຊາດ, ບັນດາ​ພັນທະ​ມິດ​ສະມາຊິກ​ລັດຖະສະພາ​ມິດຕະພາບ ​ແລະ ຜູ້​ແທນ​ສະພາ​ແຫ່ງ​ຊາດ​ກ່ວາ​ອິກ ​ເພື່ອ​ເພີ່ມ​ທະວີ​ການ​ແລກປ່ຽນ​ຂໍ້​ມູນ​ຂ່າວ ​ແລະ ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​​ເຊິ່ງກັນ ​ແລະ ກັນ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ສະ​ເໜີ​ສະພາ​ແຫ່ງ​ຊາດ ຍີ່ປຸ່ນ ​ເອົາ​ໃຈ​ໃສ່, ສະໜັບສະໜູນ​ການ​ຜັນ​ຂະຫຍາຍ, ປະຕິບັດ​ບັນດາ​ຂໍ້​ຕົກລົງ​ຂັ້ນ​ສູງ​​ດ້ານ​ເສດຖະກິດ; ຊຸກຍູ້​ລັດຖະບານ ຍີ່ປຸ່ນ ສືບ​ຕໍ່​ຮັກສາ​ແຫຼ່ງທຶນ ODA ຢູ່​ລະດັບ​ສູງ ​ເພື່ອ​ຊ່ວຍ ຫວຽດນາມ ພັດທະນາ​ຢ່າງໝັ້ນຄົງ, ສຳ​ເລັດ​ຄາດໝາຍ​ພື້ນຖານ​ ກາຍ​ເປັນ​ປະ​ເທດ​ອຸດສາຫະກຳ​ໃນ​ປີ 2020, ​ເມື່ອ​ເຕື້ອງ​ເຖິງ​ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ ທີ່ພວມມີການ​ຜັນ​ແປ​ສັບສົນ​ຫລາຍ​ຢ່າງ, ​​ເຊິ່ງ​ໄດ້ຂົ່ມຂູ່​ເຖິງ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ສະຫງົບ, ຄວາມ​ປອດ​ໄພ ​ແລະ ຄວາມ​ເສລີ​ໃນ​ການ​ເດີນ​ທະ​ເລ, ທາງ​ອາກາດ​ໃນ​ພາກ​ພື້ນ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽ​ນຊິງ​ຮຸ່ງ ຢືນຢັນ​ວ່າ: ​ແຜນ​ນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍຂອງ ຫວຽດນາມ ​ແມ່ນ​ຕັດສິນ​ໃຈ​​ຕໍ່ສູ້ ດ້ວຍ​ບັນດາ​ມາດ​ຕະການ​ສັນຕິພາບ, ​ເໝາະ​ສົມ​ກັບ​ກົດໝາຍ​ສາກົນ, ສົນທິສັນຍາ​ຂອງ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ 1982 (UNCLOS); ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງຕ້ອງ​ປະຕິບັດ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ຢ່າງ​ຄົບ​ຖ້ວນ ​ແລະ ມີ​ປະສິດທິ​ຜົນ ​ແລະ ກ້າວ​ໄປ​ເຖິງ​ປະມວນ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ​ໂດຍ​ໄວ​. ຫວຽດນາມ ຂອບ​ອົກ​ຂອບ​ໃຈ ​ແລະ ປາດ​ຖະໜາ​ຢາກ​​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ ຍີ່ປຸ່ນ ​ແລະ ສະພາ​ແຫ່ງ​ຊາດ ຍີ່ປຸ່ນ ສຳລັບ​ຫຼັກ​ໝັ້ນ​ຂອງ ຫວຽດນາມ ​ໃນ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ.

        ກ່ອນ​ໜ້າ​ນັ້ນ, ​ເມື່ອ​ລົງ​ຢ້ຽມຢາມ​ພະນັກງານ, ພາລະ​ກອນ​ຄະນະ​ປະຕິບັດ​ງານ ຫວຽດນາມ ຢູ່ ສະຫະ​ປະຊາ​ຊາດ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ: ພະນັກງານ, ພາລະ​ກອນ​ໃນ​ຄະນະ​ປະຕິບັດ​ງານ ຍົກ​ສູງ​ລະດັບ​ວີິຊາ​ສະ​ເພາະ​ຢ່າງ​ບໍ່​ຢຸດ​ຢັ້ງ ​ເພື່ອຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ທີ່ນັບ​ມື້​ນັບ​ສູງ​ຂອງ​ປະ​ເທດ​ຊາດ​ໃນ​ໄລຍະ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນຢ່າງ​ຮອບດ້ານ.


ຂ່າວ/ບົດ​ອື່ນ