ປະທານສະພາແຫ່ງຊາດຫວຽດນາມພົບປະເຈລະຈາກັບປະທານສະພາແຫ່ງຊາດແລະພົບປະເຈລະຈາປະທານາທິບໍດີຕວກກີ

(VOVWORLD) -ຕອນທ່ຽງວັນທີ 11 ຕຸລາ (ຕາມເວລາທ້ອງຖິ່ນ), ທີ່ສຳນັກງານສະພາແຫ່ງຊາດຕວກກີ, ຢູ່ນະຄອນຫຼວງອາກາຣາ, ທ່ານປະທານສະພາແຫ່ງຊາດຕວກກີ Binali Yildirim ໄດ້ເປັນເຈົ້ບພາບພິທີຕ້ອນຮັບທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ.

ປະທານສະພາແຫ່ງຊາດຫວຽດນາມພົບປະເຈລະຈາກັບປະທານສະພາແຫ່ງຊາດແລະພົບປະເຈລະຈາປະທານາທິບໍດີຕວກກີ - ảnh 1(ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ພົບປະເຈລະຈາກັບ

ທ່ານປະທານາທິບໍດີຕວກກີ Recep Tayyip Erdogan)

ທີ່ການເຈລະຈາພາຍຫຼັງພິທີຕ້ອນຮັບ, ປະທານສະພາແຫ່ງຊາດ 2 ປະເທດໄດ້ເຫັນດີຊຸກຍູ້ການແລກປ່ຽນການຄ້າກວ່າອີກ ເພື່ອມຸ່ງໄປເຖິງຄາດໝາຍນຳວົງເງິນການຄ້າລະຫວ່າງ 2 ປະເທດໃຫ້ຂຶ້ນເຖິງ 4 ຕື້ USD ໃນປີ 2020. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ສະເໜີໃຫ້ຕວກກີ ຮັບຮອງຫວຽດນາມ ມີພື້ນຖານເສດຖະກິດການຕະຫຼາດໂດຍໄວ, ພ້ອມທັງຍົກເລີກບັນດາມາດຕະການອາລັກຂາດ້ານການຄ້າ ແລະ ການຈັດວາງພາສີຕ້ານການຂາຍບຸບລາຄາສຳລັບສິນຄ້າສົ່ງອອກບາງປະເພດຂອງຫວຽດນາມ. ທ່ານນາງປະທານສະພາແຫ່ງຊາດຫງວຽນທິກິມເງິນ ປາດຖະໜາວ່າ, 2 ຝ່າຍຈະສົມທົບກັນຢ່າງແໜ້ນແຟ້ນເພື່ອຊຸກຍູ້ການຮ່ວມມືໃນບັນດາຂົງເຂດຄົມມະນາຄົມຂົນສົ່ງ; ຊຸກຍູ້ການຮ່ວມມືດ້ານການບິນ; ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ວິທະຍາສາດ - ເຕັກໂນໂລຊີ… ກວ່າອີກ.

        ຕອນບ່າຍວັນດຽວກັນ, ຢູ່ທຳນຽບປະທານາທິບໍດີຕວກກີ, ທີ່ນະຄອນຫຼວງອານກາຣາ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ມີການພົບປະເຈລະຈາກັບທ່ານປະທານາທິບໍດີຕວກກີ Recep Tayyip Erdogan. ນະທີ່ນີ້, ທ່ານນາງປະທານສະພາແຫ່ງຊາດ ໄດ້ແບ່ງປັນບາງຈຸດຕົ້ນຕໍກ່ຽວກັບສະພາບການພັດທະນາເສດຖະກິດ, ສັງຄົມຂອງຫວຽດນາມ ຫວ່າງມໍ່ໆມານີ້, ກ່ຽວກັບນະໂຍບາຍການຕ່າງປະເທດທີ່ຕັ້ງໜ້າ ແລະ ເປັນເຈົ້າການໃນການເຊື່ອມໂຍງເຂົ້າກັບສາກົນ.

        ກໍ່ທີ່ການພົບປະເຈລະຈາ, ທ່ານປະທານາທິບໍດີ Recep Tayyip Erdogan ແລະ ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ແລກປ່ຽນກ່ຽວກັບສະພາບການພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນມີບັນຫາທະເລຕາເວັນອອກ. ທ່ານປະທານາທິບໍດີ Recep Tayyip Erdogan ໄດ້ຊີ້ແຈ້ງທັດສະນະຂອງຕວກກີ ສະໜັບສະໜູນແຜນນະໂຍບາຍແກ້ໄຂບັນດາການຂັດແຍ້ງກັນຢູ່ທະເລຕາເວັນອອກ ໂດຍສັນຕິວິທີ, ເໝາະສົມກັບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ 1982.

        ການພົບປະເຈລະຈາກັບທ່ານປະທານາທິບໍດີ Recep Tayyip Erdogan ກໍ່ແມ່ນການເຄື່ອນໄຫວປິດທ້າຍການຢ້ຽມຢາມຕວກກີ ຢ່າງເປັນທາງການຂອງທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ