ປະທານສະພາແຫ່ງຊາດເຂົ້າຮ່ວມກອງປະຊຸມຍ້ອງຍໍຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ

(VOVWORLD) - ຕອນເຊົ້າວັນທີ 21/7, ຢູ່ສຳນັກງານກະຊວງຕຳຫຼວດ, ດຳເນີນກອງປະຊຸມຍ້ອງຍໍຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດທີ່ດີເດັ່ນໃນກຳລັງຕຳຫຼວດປະຊາຊົນ,
ປະທານສະພາແຫ່ງຊາດເຂົ້າຮ່ວມກອງປະຊຸມຍ້ອງຍໍຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ - ảnh 1 (ທ່ານນາງປະທານສະພາແຫ່ງຊາດເຂົ້າຮ່ວມກອງປະຊຸມຍ້ອງຍໍຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ)

ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີ ແຫ່ງວັນທະຫານເສຍອົງຄະ ແລະ ນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ (27/7/1947-27/7/2017). ນະທີ່ນີ້, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ຍ້ອງຍໍບັນດາຄວາມມານະພະຍາຍາມ, ຜົນງານ ຂອງບັນດາທະຫານເສຍອົງຄະ, ຍາດຕິພີ່ນ້ອງນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ, ພ້ອມທັງຮັບຮອງ ແລະ ຕີລາຄາສູງຜົນງານທີ່ບັນລຸໄດ້ໃນການເຄື່ອນໄຫວຕອບບຸນແທນຄຸນຂອງກຳລັງຕຳຫຼວດປະຊາຊົນໃນໄລຍະຜ່ານມາ. ໃນໄລຍະຈະມາເຖິງ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ສະເໜີກຳລັງຕຳຫຼວດປະຊາຊົນເອົາໃຈໃສ່ເປັນພິເສດເຖິງວຽກງານຕອບບຸນແທນຄຸນ:

        “ຊາບຊືມ ແລະ ຈັດຕັ້ງການປະຕິບັດບັນດາແຜນນະໂຍບາຍ, ນະໂຍບາຍຂອງພັກ ແລະ ລັດສຳລັບຜູ້ມີຄຸນງາມຄວາມດີ, ຍາດຕິພີ່ນ້ອງນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດຢ່າງມີປະສິດທິຜົນ. ສືບຕໍ່ເຮັດວຽກງານບຸລະນະ, ປະຕິສັງຂອນບັນດາກິດຈະກຳອາໄລຫາ, ຈົດຈຳບຸນຄຸນບັນດາວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ ແລະ ວຽກງານຊອກຫາ, ເຕົ້າໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດເປັນຢ່າງດີ. ເອົາໃຈໃສ່ເຖິງວຽກງານສຶກສາ, ບຳລຸງສ້າງ, ສອນວິຊາຊີບ, ສ້າງວຽກເຮັດງານທຳໃຫ້ຜູ້ທີ່ມີຄຸນງາມຄວາມດີ ແລະ ລູກຫຼານຂອງເຂົາເຈົ້າ; ຊ່ວຍເຫຼືອບັນດາຄອບຄົວນະໂຍບາຍດ້ານວັດຖຸ ແລະ ຈິດໃຈຢ່າງແທດຈິງ ແລະ ມີປະສິດທິຜົນ“.

ຕອບກັບ

ຂ່າວ/ບົດ​ອື່ນ