ປະທານສະພາແຫ່ງຊາດເຂົ້າຮ່ວມກອງປະຊຸມຜັນຂະຫຍາຍໜ້າທີ່ປີ2017ຂອງຫ້ອງວ່າການສະພາແຫ່ງຊາດ

ປະທານສະພາແຫ່ງຊາດເຂົ້າຮ່ວມກອງປະຊຸມຜັນຂະຫຍາຍໜ້າທີ່ປີ2017ຂອງຫ້ອງວ່າການສະພາແຫ່ງຊາດ - ảnh 1
ປະທານສະພາແຫ່ງຊາດເຂົ້າຮ່ວມກອງປະຊຸມ
ຜັນຂະຫຍາຍໜ້າທີ່ປີ 2017 ຂອງຫ້ອງວ່າການສະພາແຫ່ງຊາດ
(ພາບ: TTXVN)

(vovworld) - ​​ຕອນ​ເຊົ້າ​ວັນ​ທີ 12/01, ຫ້ອງວ່າ​ການ​ສະ​ພາ​ແຫ່ງ​ຊາດ​ໄດ້​ຈັດ​ກອງ​ປະ​ຊຸມ​ພະ​ນັກ​ງານ, ລັດ​ຖະ​ກອນ, ພາ​ລະ​ກອນ ແລະ ສະ​ຫຼຸບ​ວຽກ​ງານ​ປີ 2016, ຜັນ​ຂະ​ຫຍາຍ​ໜ້າ​ທີ່​ປີ 2017. ກ່າວ​ຄ​ຳ​ເຫັນ​ທີ່ກອງ​ປ​ະ​ຊຸມ, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ຊີ້​ແຈ້ງວ່າ, ປີ 2016, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 14 ໄດ້​ສືບ​ທອດ, ສືບ​ຕໍ່​ປ່ຽນ​ໃໝ່, ຍົກ​ສ​ູງ​ຄຸນ​ນະ​ພບ, ປະ​ສິດ​ທິ​ຜົນ​ການ​ເຄື່ອນ​ໄຫວກວ່າ​ອີກ, ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງ​ການ​ທີ່​ນັບ​ມື້​ນັບ​ສູງ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ ແລະ ປະ​ຊາ​ຊົນ​ໃນ​ທົ່ວ​ປະ​ເທດ. ເນັ້ນ​ໜັກ​ເຖິງ​ໜ້າ​ທີ່​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ທ່ານ​ນາງປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ຖື​ວ່າ, ສະ​ພາ​ແຫ່ງ​ຊາດ​ຕ້ອງ​ປະ​ຕິ​ບັດ​ສຳ​ເລັດ​ບົດ​ບາດ​ຂອງ​ຕົນ​ຢູ່​ທັງ 3 ໜ້າ​ທີ່: ສ້າງ​ກົດ​ໝາຍ, ຕິດ​ຕາມກວດ​ກາ ແລະ ຕັດ​ສິນ​ບັນ​ດາ​ບັນ​ຫາ​ສຳ​ຄັນ​ຂອງ​ປະ​ເທດ​ຊາດ. ຄາ​ດ​ວ່າ, ປີ 2017, ສະ​ພາ​ແຫ່ງ​ຊາດ​ຈະ​ຮັບ​ຮອງ​ເອົາ​ຮ່າງ​ກົ​ດ​ໝາຍ 24 ສະ​ບັບ, ໃຫ້​ຄຳ​ເຫັນ​ໃສ່ຮ່າງ​ກົດ​ໝາຍ 14 ​ສະ​ບັບ…

ຂ່າວ/ບົດ​ອື່ນ