ປະທານາທິບໍດີ Putin: ປະຊາຊົນລັດເຊຍສາມັກຄີສ້າງບາດກ້າວບຸກທະລຸໃນການພັດທະນາປະເທດຊາດ

(VOVWORLD) -ສະຕິຄວາມຮັບຮູ້ຂອງພົນລະເມືອງ ແລະ ຄວາມສາມັກຄີໃນສັງຄົມ ເຊິ່ງຜູ້ມີສິດເລືອກຕັ້ງລັດເຊຍ ໄດ້ສະແດງອອກໃນການເລືອກຕັ້ງປະທານາທິບໍດີໃນວັນທີ 18 ມີນາ ແມ່ນມີຄວາມສຳຄັນຍິ່ງ ແລະ ຊີ້ໃຫ້ເຫັນວ່າ

ປະທານາທິບໍດີ Putin: ປະຊາຊົນລັດເຊຍສາມັກຄີສ້າງບາດກ້າວບຸກທະລຸໃນການພັດທະນາປະເທດຊາດ - ảnh 1 ທ່ານປະທານາທິບໍດີລັດເຊຍ Vladimir Putin

(ພາບ: TASS)

ປະເທດລັດເຊຍ ພ້ອມແລ້ວທີ່ຈະສ້າງບາດກ້າວບຸກທະລຸໃນການພັດທະນາປະເທດຊາດ. ໃນຄຳຖະແຫຼງການທາງໂທລະພາບວັນທີ 23 ມີນາ ພາຍຫຼັງທ່ານໄດ້ຮັບໄຊຊະນະໃນການເລືອກຕັ້ງເປັນປະທານາທິບໍດີອີກສະໄໝໜຶ່ງ, ທ່ານປະທານາທິບໍດີລັດເຊຍ Vladimir Putin ຊີ້ໃຫ້ເຫັນຢ່າງຈະແຈ້ງວ່າ, ຜ່ານບັນດາການພົບປະໃນຕົວຈິງ, ທ່ານຮັບຮູ້ຢ່າງຈະແຈ້ງບັນດາບັນຫາຢູ່ພາຍໃນປະເທດ ນັ້ນແມ່ນລາຍຮັບຖືກຫຼຸດລົງ, ຄວາມຂາດຕົກຍົກຜ່ອງໃນຂົງເຂດເຮືອນຢູ່ ແລະ ບັນດາຂົງເຂດອື່ນໆ. ທ່ານປະທານາທິບໍດີ Putin ໃຫ້ຄຳໝັ້ນສັນຍາວ່າ, ອຳນາດການປົກຄອງຈະສ້າງບັນດາວຽກເຮັດງານທຳໃໝ່, ຍົກສູງປະສິດທິຜົນຂອງພື້ນຖານເສດຖະກິດ, ຍົກສູງລາຍຮັບໃຫ້ແກ່ປະຊາຊົນ… ທ່ານ Putin ໄດ້ເນັ້ນໜັກວ່າ, ອຳນາດການປົກຄອງຈະມີການກະທຳຢ່າງເປີດເຜີຍ ແລະ ປຶກສາຫາລືບັນດາການຕັດສິນໃຈບັນຫາຫຼັກແຫຼ່ງກັບປະຊາຊົນ ແລະ ຢືນຢັນວ່າ, ໂຄງການພັດທະນາປະເທດລັດເຊຍ ຈະມີລັກສະນະສາມັກຄີທົ່ວປວງຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ